ຮອງລັດຖະມົນຕີກະຊວງແຮງງານເນັ້ນໃຫ້ມີການພັດທະນາສີມືແຮງງານລາວຫລາຍຂຶ້ນ


ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມໃນກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານພັດທະນາ ສີມືແຮງງານ ແລະ ຈັດຫາງານທີ່ໄດ້ໄຂຂຶ້ນເມື່ອອາທິດຜ່ານມານີ້ຢູ່ກະຊວງດັ່ງກ່າວ, ໂດຍທ່ານໄດ້ເນັ້ນຫລາຍບັນຫາສຳຄັນວ່າ: ຈົ່ງ ສຸມໃສ່ວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານໃຫ້ປະກົດຜົນເປັນຈິງກ້າວ, ສ້າງມາດຕະຖານສີມືແຮງງານແຫ່ງຊາດ, ສ້າງລະບຽບການທົດສອບຫລັກ ສູດພັດທະນາສືມືແຮງງານຕາມມາດຕະຖານທີ່ໄດ້ກຳນົດໄວ້ໃຫ້ສຳເລັດໂດຍໄວ, ໂດຍ ເນັ້ນໃສ່ການຝືກໄລຍະສັ້ນ, ມີສ່ວນຮ່ວມກັບບັນດາບໍລິສັດຈັດຫາງານໃນການຈັດຕັ້ງ ປະຕິບັດຕົວເລກຄາດໝາຍສູ້ຊົນການຈັດຫາງານ, ປະສານສົມທົບກັບພາກສ່ວນກຽ່ວ ຂ້ອງໃນການສະໜອງຂໍ້ມູນຂ່າວສານຕະຫລາດແຮງງານ ແລະ ຮຽກຮ້ອງໃຫ້ພາກ ສ່ວນທີ່ຮັບຜິດຊອບເອົາໃຈໃສ່ຄົ້ນຄວ້າ, ຈັດຕັ້ງປະຕິບັດແຜນຍຸດທະສາດວ່າດ້ວຍແຮງ ງານອອກເປັນແຜນການ, ແຜນງານ, ໂຄງການ ແລະ ວຽກດຸນດຽ່ງແຮງງານໃຫ້ມີປະສິດທິພາບ ເພື່ອເຮັດໃຫ້ວຽກງານເຄື່ອນໄຫວໄປຕາມພາລະບົດບາດ, ໜ້າທີ່, ແລະ ຕາມແຜນ ການທີ່ໄດ້ກໍານົດໄວ້.
ແນວໃດກໍຕາມ ເພື່ອເຮັດໃຫ້ການພັດທະນາສີມືແຮງງານລາວມີຄວາມຮູ້, ຄວາມ ສາມາດ, ມີສີມື, ມີນິດໃສອຸດສາຫະກຳ, ມີຄວາມກະຕືລືລົ້ນໃນການພັດທະນາຕົວເອງ ແລະ ພັດທະນາປະເທດຊາດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ພ້ອມທັງແນໃສ່ການຈັດຕັ້ງປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເພື່ອຫຼຸດພົ້ນອອກຈາກຄວາມດ່ອຍພັດທະນານັ້ນ, ສິ່ງຕົ້ນຕໍແມ່ນຕ້ອງເລັ່ງພັດທະນາສີມືແຮງງານໃຫ້ມີຄຸນນະພາບດີຂຶ້ນ.