ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ນັກຮຽນ ມສ ມິດຕະພາບລາວ-ຫວຽດ

- redd - ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ນັກຮຽນ ມສ ມິດຕະພາບລາວ-ຫວຽດ
- kitchen vibe - ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ນັກຮຽນ ມສ ມິດຕະພາບລາວ-ຫວຽດ

ເມື່ອທ້າຍອາທິດຜ່ານມານີ້, ພະນັກງານ-ຄູອາຈານ, ພ້ອມ ດ້ວຍນ້ອງນັກຮຽນມັດທະຍົມ ສົມບູນ (ມສ) ມິດຕະພາບລາວ- ຫວຽດນາມຫລາຍຮ້ອຍຄົນໄດ້ຮັບຟັງການເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາ ເສບຕິດຈາກເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ, ເພື່ອ ປ້ອງກັນບໍ່ໃຫ້ຊາວໜຸ່ມເຍົາວະຊົນ ກໍຄືນັກຮຽນ-ນັກສືກສາໄປພົວ ພັນກັບສິ່ງອັນຕະລາຍ ຮ້າຍແຮງດັ່ງກ່າວ.

 

- Visit Laos Visit SALANA BOUTIQUE HOTEL - ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ນັກຮຽນ ມສ ມິດຕະພາບລາວ-ຫວຽດ

+ ກະຊວງສຶກສາຊີ້​ແຈງກໍລະນີເກັບ​ຄ່າ​ຮຽນ​ແພງ​ຂອງ​ໂຮງຮຽນ​ເອກະ​ຊົນບາງແຫ່ງ

+ ຄະນະຜູ້ແທນ ສປ ຈີນ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນດອນກອຍ

ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ນະ ຄອນຫລວງວຽງຈັນ ໄດ້ຍົກໃຫ້ ເຫັນວ່າ: ຢາເສບຕິດແມ່ນໄພ ອັນຕະລາຍຮ້າຍແຮງທີ່ພວມ ແຜ່ລາມກວ້າງຂວາງຢູ່ໃນໂລກ ກໍຄືຢູ່ປະເທດເຮົາ, ມັນເປັນຕົ້ນ ເຫດຂອງໜໍ່ແໜງຄວາມບໍ່ສະ ຫງົບ ແລະ ປາກົດການຫຍໍ້ທໍ້ ຕ່າງໆໃນສັງຄົມເປັນຕົ້ນ: ຂີ້ ລັກ- ງັດແງະ, ປຸ້ນຈີ້-ຊິງຊັບ ແລະ ອາຊະຍາກໍາຕ່າງໆ, ສົ່ງ ຜົນສະທ້ອນບໍ່ດີຕໍ່ເສດຖະກິດ ຂອງຊາດ, ເປັນອັນຕະລາຍ ຕໍ່ສຸຂະພາບຂອງຜູ້ທີ່ເສບ ແລະ ຕໍ່ຄອບຄົວ, ສັງຄົມ ແລະ ເພື່ອ ຫລີກເວັ້ນບໍ່ໃຫ້ຕົກເປັນເຫຍື່ອ ຂອງຢາເສບຕິດນັ້ນ, ກໍແມ່ນ ການບໍ່ໄປຫຍຸ້ງກ່ຽວກັບສິ່ງມືນ ເມົາ ແລະ ສິ່ງເສບຕິດທຸກປະ ເພດ, ໃຊ້ເວລາຫວ່າງໃຫ້ເປັນ ປະໂຫຍດດ້ວຍການຫລິ້ນກິລາ, ຊອກຄົ້ນຄວ້າຮໍ່າຮຽນ ແລະ ເຂົ້າ ຮ່ວມເຮັດກິດຈະກໍາທີ່ມີປະ ໂຫຍດຕໍ່ສັງຄົມພຽງເທົ່ານີ້ກໍ ສາມາດປ້ອງກັນຕົນເອງຈາກຢາເສບຕິດຕ່າງໆໄດ້ແນ່ນອນ.

- redd - ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ນັກຮຽນ ມສ ມິດຕະພາບລາວ-ຫວຽດ

- 3 - ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ນັກຮຽນ ມສ ມິດຕະພາບລາວ-ຫວຽດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!