ທ່ານ ທຣໍາ ເລື່ອນຂຶ້ນພາສີຕອບໂຕ້ອອກໄປ 90 ວັນ ແຕ່ເພີ່ມພາສີຈີນເປັນ 125%

ທ່ານ ໂດນັລ ທຣໍາ ປະທານາທິບໍດີຂອງອາເມລິກາ ປະກາດໂຈະການຂຶ້ນພາສີຕອບໂຕ້ຊົ່ວຄາວ 90 ວັນກັບ 75 ປະເທດ, ແຕ່ຂະນະດຽວກັນໄດ້ຂຶ້ນພາສີອາກອນຕໍ່ສິນຄ້ານໍາເຂົ້າຈາກຈີນເພີ່ມເປັນ 125% ເຖິງວ່າຫລາຍປະເທດຈະຫລຸດຄວາມກັງວົນລົງ, ແຕ່ຄວາມກັງວົນກ່ຽວກັບການຕອບໂຕ້ແບບຕາຕໍ່ຕາລະຫວ່າງອາເມລິກາ ແລະ ຈີນຍັງມີຢູ່.
ສໍາລັບການຂຶ້ນພາສີພື້ນຖານ 10% ທີ່ທ່ານ ທຣໍາ ປະກາດໃຊ້ທົ່ວໂລກຍັງມີຜົນຕໍ່ໄປ ໂດຍທ່ານ ທຣໍາ ລະບຸວ່າ: ພາສີຕອບໂຕ້ຈະຫລຸດລົງເຫລືອ 10% ໃນໄລຍະການເຈລະຈາກັບປະເທດຕ່າງໆຍັງດໍາເນີນຢູ່ ໂດຍທໍານຽບຂາວລະບຸວ່າ: ພາສີ 10% ນີ້ບໍ່ລວມສິນຄ້າໝວດຍານພາຫະນະ, ເຫລັກ ແລະ ອາລູມີນຽມ ທີ່ເກັບໃນອັດຕາ 25% ໄປກ່ອນໜ້ານີ້ແລ້ວ.
ນອກຈາກນີ້, ການຢຸດພາສີອັດຕາໃໝ່ 90 ວັນບໍ່ມີຜົນຕໍ່ມາດຕະການ 25% ທີ່ປະກາດຕໍ່ການາດາ ແລະ ແມັກຊິກ ເພື່ອແກ້ໄຂບັນຫາເຟນທານິລກ່ອນໜ້ານີ້, ຖ້າການາດາ ແລະ ແມັກຊິກບໍ່ປະຕິບັດຕາມຂໍ້ຕົກລົງການຄ້າອາເມລິກາ-ແມັກຊິກ-ການາດາໃນກົດວ່າດ້ວຍຖິ່ນກໍາເນີດສິນຄ້າ (Rules Of Origin).
ທັງນີ້, ຖ້າທ່ານ ທຣໍາ ບໍ່ຕັດສິນໃຈເລື່ອນຂຶ້ນພາສີຕອບໂຕ້ອອກໄປກ່ອນ ຈະສົ່ງຜົນເຮັດໃຫ້ຫລາຍປະເທດຕ້ອງຈ່າຍພາສີອາກອນອັດຕາໃໝ່ນັບແຕ່ວັນທີ 9 ເມສາ ເຊິ່ງອາເມລິກາຄິດໄລ່ກັບແຕ່ລະປະເທດບໍ່ເທົ່າກັນ.
ເຖິງຢ່າງໃດກໍຕາມ, ອາເມລິກາປະກາດຂຶ້ນພາສີກັບຈີນຮອບໃໝ່ເປັນ 125% ຈາກ 104% ກ່ອນໜ້ານີ້ ເຊິ່ງສ້າງຄວາມກັງວົນວ່າການຕອບໂຕ້ລະຫວ່າງຍັກເສດຖະກິດເບີ 1 ແລະ 2 ຂອງໂລກຈະໄປຈົບຢູ່ບ່ອນໃດ ເຊິ່ງອາເມລິກາໃຫ້ເຫດຜົນວ່າຈີນຂາດຄວາມເຄົາລົບຕໍ່ອາເມລິກາ ຫລັງຈາກຈີນປະກາດຂຶ້ນພາສີຕໍ່ສິນຄ້າຈາກອາເມລິກາເປັນ 84%.
ອ້າງອີງ: