ຈີນຕອບໂຕ້ອາເມລິກາ ຂຶ້ນພາສີເປັນ 84% ມີຜົນ 10 ເມສານີ້ ເພີ່ມລາຍຊື່ຫ້າມບໍລິສັດອາເມລິກາ


ສົງຄາມການຄ້າລະຫວ່າງສອງຍັກເສດຖະກິດເບີ 1 ແລະ 2 ຂອງໂລກເລີ່ມຟົດເດືອດ, ຫລ້າສຸດຈີນປະກາດຕອບໂຕ້ດ້ວຍກໍາແພງພາສີເປັນ 84% ຕໍ່ສິນຄ້ານໍາເຂົ້າຈາກອາເມລິກາ ໂດຍມີຜົນແຕ່ວັນທີ 10 ເມສາ ພາຍຫລັງລັດຖະບານຂອງທ່ານ ໂດນັລ ທຣໍາ ປະກາດເດີນໜ້າຂຶ້ນພາສີຕໍ່ຈີນເປັນ 104% ກ່ອນໜ້ານີ້ ທ່າມກາງຄວາມກັງວົນໄປທົ່ວໂລກວ່າ: ການຕອບໂຕ້ຢ່າງບໍ່ລົດລະຄັ້ງນີ້ຈະໄປຈົບຢູ່ບ່ອນໃດ.
ກະຊວງການເງິນຈີນລະບຸວ່າ: ອັດຕາພາສີລວມ 84% ຈະບັງຄັບໃຊ້ຕໍ່ສິນຄ້າທັງໝົດທີ່ນໍາເຂົ້າຈາກອາເມລິກາ ໂດຍມີຜົນນັບແຕ່ເວລາ 12:01 ໂມງ (CST) ຂອງວັນທີ 10 ເມສາ.
ນອກຈາກນີ້, ກະຊວງການເງິນຈີນຍັງປະກາເພີ່ມຊື່ 6 ບໍລິສັດຈາກອາເມລິກາ ໃນບັນຊີອົງກອນທີ່ “ບໍ່ໜ້າໄວ້ວາງໃຈ” ເຊິ່ງຄວບຄຸມບໍລິສັດໃນອຸດສາຫະກໍາອະວະກາດ ແລະ ປ້ອງກັນປະເທດເຊັ່ນ: Sierra Nevada Corporation ໂດຍກ່ອນໜ້ານີ້ມີບໍລິສັດທີ່ຢູ່ໃນບັນຊີນີ້ແລ້ວເຊັ່ນ: PVH ເຊິ່ງເປັນເຈົ້າຂອງຍີ່ຫໍ້ແຟຊັນດັງຄື Calvin Klein ແລະ Tommy Hilfiger ໂດຍລາຍຊື່ອົງກອນທີ່ບໍ່ໜ້າໄວ້ວາງໃຈນີ້ຈະມີຜົນເຮັດໃຫ້ບໍລິສັດເຫລົ່ານີ້ດໍາເນີນທຸລະກິດໃນຈີນຍາກຂຶ້ນ ລວມທັງອາດຖືກລົງໂທດປັບໄຫມ ຫລື ຫ້າມລົງທຶນໃນຈີນນໍາອີກ.
ນອກຈາກບັນຊີດັ່ງກ່າວ, ຈີນຍັງປະກາດຄວບຄຸມການສົ່ງອອກຂອງບໍລິສັດສັນຊາດອາເມລິກາອີກ 12 ບໍລິສັດ.
ສ່ວນຄະນະກໍາມະການດ້ານພາສີອາກອນຂອງຄະນະມົນຕີແຫ່ງລັດຈີນໄດ້ອອກຖະແຫລງການວ່າ: ການທີ່ອາເມລິກາຍົກລະດັບກໍາແພງພາສີຕໍ່ຈີນຖືເປັນການກະທໍາຜິດພາດຊໍ້າແລ້ວຊໍ້າອີກ, ລະເມີດສິດທິຜົນປະໂຫຍດອັນຖືກຕ້ອງຂອງຈີນຢ່າງຮ້າຍແຮງ. ອີກທັງຍັງທໍາລາຍລະບົບການຄ້າພະຫຸພາຄີທີ່ຕັ້ງຢູ່ໃນກົດກະຕິກາ.
ໂດຍກະຊວງການເງິນຍັງກ່າວອີກວ່າ: ຈີນຍື່ນຄໍາຮ້ອງຕໍ່ອົງການການຄ້າໂລກ (WTO) ຈາກກໍລະນີທີ່ອາເມລິກາຂຶ້ນກໍາແພງພາສີຮອບໃໝ່ຕໍ່ຈີນກ່ອນໜ້ານີ້ນໍາ.
ອ້າງອີງ: