ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້

- 491852744 1155018856652419 699593048390507149 n - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້
- kitchen vibe - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້

ໃນໂອກາດທີ່ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດ ທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 15-17 ເມສາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ.

ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະແມ່ນຄອບຄົວສີພັນດອນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຢ່າງໝົດຈິດໝົດໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໄວ້ອາໄລລະດັບຊາດເປັນເວລາ 2 ວັນ ແຕ່ວັນທີ 4-5 ເມສາ 2025 ທີ່ຜ່ານມາ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ພິເສດ ຫວຽດນາມ ໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງສຸດ ນຳໂດຍ ທ່ານເລຂາທິການໃຫຍ່ ໂຕ ເລິມ ໄດ້ມາຮ່ວມໄວ້ອາໄລ ແລະ ຄະນະຜູ້ແທນຂັ້ນສູງ ນຳໂດຍ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ເດີນທາງໄປເຂົ້າຮ່ວມໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນະກິດສົບລະດັບຊາດ ທີ່ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2025 ທີ່ຜ່ານມາ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຍາດມາໄດ້ ພາຍໃຕ້ການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສຂອງແຕ່ລະພັກ ໂດຍສະເພາະແມ່ນການຈັດຕັ້ງ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກ ເພື່ອເປັນພື້ນຖານສຳຄັນ ແລະ ເປັນການປະກອບສ່ວນໃຫ້ແກ່ການກະກຽມການຈັດກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ທີ່ຈະມີຂຶ້ນໃນຕົ້ນປີ 2026 ທີ່ຈະມາເຖິງນີ້.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້
- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້

ນອກຈາກນີ້, ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບ ບາງສະພາບທີ່ພົ້ນເດັ່ນພາຍໃນ ກໍຄື ເຫດການສຳຄັນຕ່າງໆ ທີ່ຈະມີຂຶ້ນໃນປີ 2025 ເຊິ່ງເປັນປີທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ ຂອງສອງປະເທດ ຄື: ການສະເຫລີມສະຫລອງວັນສ້າງພັກ ປປ ລາວ ຄົບຮອບ 70 ປີ, ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຫວຽດນາມ ຄົບຮອບ 80 ປີ, ວັນປົດປ່ອຍພາກໃຕ້ ແລະ ເຕົ້າໂຮມເອກະພາບທົ່ວປະເທດ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນຄ້າຍວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ. ບັນດາກິດຈະກໍາສຳຄັນດັ່ງກ່າວ ຈະເປັນການໂຄສະນາ ແລະ ເຜີຍແຜ່ມູນເຊື້ອຄວາມເປັນມາ ແລະ ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ.

ສອງຝ່າຍ ໄດ້ມີຄວາມເປັນເອກະພາບສູງ ແລະ ຕີລາຄາວ່າການພົວພັນຮ່ວມມືສອງຝ່າຍໃນໄລ ຍະຜ່ານມາ ມີໝາກຜົນສູງ ແລະ ສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ, ມີການພົບປະ, ແລກປ່ຽນຄະນະຜູ້ແທນແຕ່ຂັ້ນສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ ໂດຍເນັ້ນປະສິດທິພາບ ແລະ ຄຸນນະພາບຫລາຍຂຶ້ນ. ພິເສດ, ສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລື ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດໝາກຜົນ ຂອງຂໍ້ຕົກຂອງສອງກົມການເມືອງຂອງສອງພັກ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ທີ່ໄດ້ຈັດຂຶ້ນຕົ້ນເດືອນມັງກອນ 2025 ແລະ ເປັນເອກະພາບກັນໃນກອງປະຊຸມດັ່ງກ່າວ ໂດຍສະເພາະແມ່ນບັນດາໂຄງການທີ່ຮ່ວມມືມີລັກສະນະຍຸດທະສາດຕ່າງໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນບາງບັນຫາໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ.

ຂ່າວ-ພາບ: ກົມ ອປອ, ກະຊວງການຕ່າງປະເທດ

- 3 - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້
- 4 - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້
- 5 - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້