ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ

- 491999774 1083810260444751 3826099490361673985 n - ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ
- kitchen vibe - ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ

ໂດຍ: ຄຳພຸດ

ການປະພຶດໂດຍການມີສະຕິ ບໍ່ຕ່າງຫຍັງກັບການເອົາຕົວລອດຈາກອຸປະຕິເຫດຕ່າງໆ ເຊິ່ງຜູ້ປົກຄອງທັງ ຫລາຍຕ່າງກໍເຕືອນໃຫ້ຕັ້ງສະຕິ ໂດຍສະເພາະການມ່ວນຊື່ນທີ່ຕ້ອງລະວັງບໍ່ໃຫ້ເກີດໄພ ການບອກແບບນີ້ງ່າຍ, ແຕ່ການຕັດສິນໃຈ ທີ່ຊະນະໃຈຕົນເອງບາງທີມັນກໍຍາກ ດັ່ງເວລາດື່ມນໍ້າມຶນເມົາແລ້ວເກີດການປະໝາດໝາຍຄວາມວ່າ ເຫລົ້າເຂົ້າປາກຄວາມຍາກບໍ່ມີ ສິ່ງທີ່ເວລາດຳລົງຊີວິດປົກກະຕິບໍ່ເຄີຍເຮັດກໍໄດ້ເຮັດ.

- Visit Laos Visit SALANA BOUTIQUE HOTEL - ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ
- Visit Laos Visit SALANA BOUTIQUE HOTEL - ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ

ຄວາມຈິງນັ້ນ, ບຸນບ້ານເຮົາ ບໍ່ສາມາດແຍກຂາດຈາກນໍ້າມຶນເມົາ ເຊິ່ງເມື່ອເວົ້າເລື່ອງສະຕິ ບາງຄົນ ຈະຄວບຄຸມໃຫ້ເກີດຄວາມພໍດີພໍງາມກໍບໍ່ງ່າຍ. ກະຕິກາ, ລະບຽບບ້ານເມືອງກໍມີ, ສິນຫ້າ ທີ່ພຸດທະອົງ ສອນສັ່ງກໍມີຂໍ້ໜຶ່ງທີ່ກ່າວເຖິງ “ສຸລາເມ…”, ແຕ່ການປະຕິບັດມັນບໍ່ງ່າຍ ຍົກຕົວຢ່າງໄລຍະການສະຫລອງປີໃໝ່ລາວ ຈສ 1387 ພສ 2568 ແຕ່ວັນທີ 14-16 ເມາສາ 2025 ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 169 ເທື່ອ ສົ່ງຜົນໃຫ້ມີຜູ້ບາດເຈັບ 302 ແລະ ເສຍຊີວິດ 15 ຄົນ.



ສະຖິຕິດັ່ງກ່າວນີ້ ນັບເອົາແຕ່ 3 ມື້ ເບິ່ງແລ້ວຄືເກີດຂຶ້ນໜ້ອຍ ແລະ ເສຍຊີວິດໜ້ອຍກວ່າໃນປີຜ່ານໆມາເຄິ່ງໜຶ່ງ ເຊິ່ງແຕ່ລະປີມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ອາດຈະເປັນຜົນພວງມາຈາກຫລາຍຄົນໄດ້ຮັບບົດຮຽນ ແລະ ເພີ່ມຄວາມມີສະຕິຫລາຍຂຶ້ນ.

“ສະຕິ” ລ້ວນພົວພັນການຂັບຂີ່ ທີ່ດື່ມນໍ້າຈັນອັນໝາຍເຖິງມີທາດມຶນເມົາ, ລະບຽບການໃໝ່ ກໍານົດຕາມຫລັກວິທະຍາສາດ, ທຸກວັນການສູນເສຍເກີດຂຶ້ນຍ້ອນຂາດສະຕິ ຂັບຂີ່ມຶນເມົາໃນລະດັບຕ່າງກັນ ແລະ…ແລ້ວຈະປາສະຈາກໄດ້ແນວໃດ ຖືວ່າຍັງເປັນເລກໂຈດທີ່ແກ້ບໍ່ງ່າຍອັນເປັນຜົຮມາຈາກເຮົາຍັງມີຂໍ້ຜູກພັນທາງສັງຄົມທີ່ຕັດຂາດບໍ່ທັນໄດ້, ມັນມີທັງດີ ແລະ ຫຍໍ້ທໍ້.  

ສະຫລຸບ ການມ່ວນຊື່ນຢ່າງມີສະຕິແມ່ນສໍາຄັນ, ບຸນປາງໃຫຍ່ ຕິດພັນຮີດຄອງ ທີ່ພວກເຮົາບໍ່ສາມາດປະ ໃຫ້ຮີດໝອງ ປ່ອຍໃຫ້ຄອງເສົ້າ, ການພ້ອມກັນສົ່ງເສີມຮີດຄອງອັນດີງາມ ກໍຕ້ອງສອດຄ່ອງກັບຍຸກສະໄໝ ຮັບປະກັນຄວາມສະຫງົບ ຄວາມປອດໄພ ສ້າງແນວຄິດອັນດີ ຕີຖອຍແນວຄິດຫລິ້ນກິນທີ່ຍັງຂາດສະຕິ ແລະ ເຊື່ອໝັ້ນວ່າບໍ່ວ່າເທສະການໃດ ປາງບຸນໃຫຍ່ນ້ອຍໃດ ຫລື ກິດຈະກຳໃດ ການເຈັບເປັນການເສຍຊີວິດ ການເສຍຊັບສິນຄ່ອຍຫລຸດລົງຍ້ອນສະຕິຂອງທຸກຄົນ.

- 5 - ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ
- 4 - ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ
- 3 - ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ