ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ

- dFQROr7oWzulq5Fa4VwMq17h7rDANunRExAeNXh2zJnAt6nSscYrKqrMdBR4n4Tccv5 - ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ
- kitchen vibe - ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ

ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະສະເດັດມາຢ້ຽມຢາມ ສປປ ລາວ ວັນທີ 21-24 ເມສາ 2025

ກະຊວງການຕ່າງປະເທດ ແຈ້ງໃຫ້ຊາບວ່າ: ໃນລະຫວ່າງວັນທີ 21-24 ເມສາ 2025 ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະສະເດັດມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານໃນພິທີເປີດກອງປະຊຸມວິຊາການດ້ານການແພດ ແລະ ສາທາລະນະສຸກ ເພື່ອສະເຫຼີມສະຫຼອງຄົບຮອບ 25 ປີ ໂຄງການຝຶກອົບຮົມເຕັກໂນໂລຊີທາງການແພດ ແລະ ສາທາລະນະສຸກ ສໍາລັບບຸກຄະລາກອນການແພດຂອງ ສປປ ລາວ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຊຶ່ງເປັນສ່ວນໜຶ່ງໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ
- 5 - ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!