ຈີນພ້ອມເພີ່ມນໍາເຂົ້າສິນຄ້າກະສິກໍາຈາກກໍາປູເຈຍ ຂະຫຍາຍຂອບເຂດການຮ່ວມມືການຄ້າ

- 111 9 - ຈີນພ້ອມເພີ່ມນໍາເຂົ້າສິນຄ້າກະສິກໍາຈາກກໍາປູເຈຍ ຂະຫຍາຍຂອບເຂດການຮ່ວມມືການຄ້າ
- kitchen vibe - ຈີນພ້ອມເພີ່ມນໍາເຂົ້າສິນຄ້າກະສິກໍາຈາກກໍາປູເຈຍ ຂະຫຍາຍຂອບເຂດການຮ່ວມມືການຄ້າ

          ຈີນ ແລະ ກໍາປູເຈຍ ຕົກລົງສົ່ງເສີມການຮ່ວມມືກັນໃນຫລາຍດ້ານ ລວມທັງຈີນນໍາເຂົ້າສິນຄ້າກະສິກໍາຂອງກໍາປູເຈຍເພີ່ມອີກ ແລະ ຊ່ວຍແກ້ໄຂເລື່ອງນໍ້າ.

         ພົນເອກ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ຕ້ອນຮັບ ແລະ ພົບປະຫາລືກັບປະທານປະເທດ ສີຈິ້ນຜິງ ຜູ້ນໍາຈີນ ໃນໂອກາດຢ້ຽມຢາມນະຄອນຫລວງພະນົມເປັນຢ່າງເປັນທາງການ ເຊິ່ງຖືເປັນຄັ້ງທໍາອິດໃນຮອບ 9 ປີ.

- Visit Laos Visit SALANA BOUTIQUE HOTEL - ຈີນພ້ອມເພີ່ມນໍາເຂົ້າສິນຄ້າກະສິກໍາຈາກກໍາປູເຈຍ ຂະຫຍາຍຂອບເຂດການຮ່ວມມືການຄ້າ

         ທັງນີ້, ຜູ້ນໍາທັງສອງປະເທດຮ່ວມກັນເປັນສັກຂີພະຍານການລົງນາມໃນຂໍ້ຕົກລົງ 37 ສະບັບ ມີເນື້ອໃນຄວບຄຸມຫລາຍດ້ານ ລວມທັງຂະແໜງກະສິກໍາ ແລະ ການບໍລິຫານຈັດການນໍ້າ.

         ນອກຈາກນີ້, ທ່ານ ສີຈິ້ນຜິງ ພົບປະຫາລືກັບທ່ານ ສົມເດັດ ຮຸນ ເຊນ ອະດີດນາຍົກລັດຖະມົນຕີກໍາປູເຈຍ ເຊິ່ງປັດຈຸບັນດໍາລົງຕໍາແໜ່ງປະທານວຸດທິສະພາ ໂດຍຜູ້ນໍາຈີນກ່າວໃນຕອນໜຶ່ງວ່າ: ສົງຄາມການຄ້າເປັນສິ່ງທໍາລາຍລະບົບການຄ້າໂລກ ແລະ ສ້າງຄວາມປັ່ນປ່ວນໃຫ້ລະບຽບການຄ້າໂລກເຊັ່ນກັນ.

          ຂະນະດຽວກັນ, ທ່ານ ສີຈິ້ນຜິງ ກ່າວຕໍ່ທ່ານ ຮຸນເຊນ ວ່າ: ຈີນພ້ອມເປີດຕະຫລາດຂະໜາດໃຫຍ່ກັບກໍາປູເຈຍ ເພື່ອເພີ່ມການນໍາເຂົ້າສິນຄ້າກະສິກໍາຈາກກໍາປູເຈຍ.

         ກໍາປູເຈຍເປັນຈຸດໝາຍແຫ່ງສຸດທ້າຍຂອງຜູ້ນໍາຈີນໃນການຢ້ຽມຢາມອາຊີຕາເວັນອອກສຽງໃຕ້ຢ່າງເປັນທາງການໃນອາທິດນີ້ ຕໍ່ຈາກຫວຽດນາມ ແລະ ມາເລເຊຍ ໂດຍປີນີ້ກົງກັບປີທີ່ທັງສອງປະເທດສະເຫລີມສະຫລອງການສະຖາປະນາການພົວພັນທາງການທູດຄົບຮອບ 67 ປີ.

         ປັດຈຸບັນ ຈີນເປັນປະເທດຄູ່ຄ້າລາຍໃຫຍ່ທີ່ສຸດຂອງກໍາປູເຈຍ. ເຖິງຢ່າງໃດກໍຕາມ, ຂໍ້ມູນຈາກກອງທຶນການເງິນສາກົນ (IMF) ລະບຸວ່າ: ມູນຄ່າໜີ້ຕ່າງປະເທດຂອງກໍາປູເຈຍມີປະມານ 11,000 ລ້ານໂດລາສະຫະລັດ ແລະ ຫລາຍກວ່າ 1 ໃນ 3 ເປັນການຄ້າງຊໍາລະກັບຈີນ.

        ຂະນະທີ່ຕາມມາດຕະການພາສີຕ່າງຕອບແທນຂອງອາເມລິກາທີ່ມີການປະກາດໃນຕົ້ນເດືອນນີ້ ຈະມີການໃຊ້ອັດຕາເກັບກັບກໍາປູເຈຍສູງເຖິງ 49% ຫລາຍເປັນອັນດັບຕົ້ນຂອງໂລກ.

ອ້າງອີງ:

- 4 - ຈີນພ້ອມເພີ່ມນໍາເຂົ້າສິນຄ້າກະສິກໍາຈາກກໍາປູເຈຍ ຂະຫຍາຍຂອບເຂດການຮ່ວມມືການຄ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!