ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ

ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ - 333 2 - ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ
ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ - kitchen vibe - ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ

       ທ່ານ ຄາລິວ ອັລ-ໄຮຢາ ຜູ້ນໍາທີມເຈລະຈາຂອງກຸ່ມຕິດອາວຸດຮາມັດເປີດເຜີຍວ່າ: ຮາມັດຕ້ອງການຂໍ້ຕົກລົງທີ່ຄວບຄຸມເພື່ອຢຸດສົງຄາມຢູ່ເຂດກາຊາ ແລະ ແລກປ່ຽນຕົວປະກັນຊາວອິດສະລາແອນທັງໝົດກັບຊາວປາແລັສຕິນທີ່ຖືກກັກຂັງຢູ່ອິດສະລາແອນ ໂດຍປະຕິເສດຂໍ້ສະເໜີສະຫງົບເສິກຊົ່ວຄາວຂອງອິດສະລາແອນ.

        ທ່ານ ໄຮຢາ ປະຕິເສດຈະເຮັດຂໍ້ຕົກລົງຊົ່ວຄາວອີກ, ແຕ່ພ້ອມເຈລະຈາເພື່ອຫາຂໍ້ຕົກລົງທີ່ຄວບຄຸມກ່ຽວກັບການປ່ອຍຕົວປະກັນທຸກຄົນ ແລກກັບການຢຸດສົງຄາມຢູ່ເຂດກາຊາ, ປົດປ່ອຍຊາວປາແລັສຕິນທຸກຄົນທີ່ຖືກກັກຂັງຢູ່ອິດສະລາແອນ ແລະ ຟື້ນຟູບູລະນະເຂດກາຊາອີກ ເນື່ອງຈາກບໍ່ໝັ້ນໃຈວ່າອິດສະລາແອນຈະຖ່ວງເວລາໃຫ້ການສູ້ຮົບຍືດເຍື້ອຕໍ່ໄປອີກ ຫລື ບໍ່.

ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ - Visit Laos Visit SALANA BOUTIQUE HOTEL - ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ
ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ - Visit Laos Visit SALANA BOUTIQUE HOTEL - ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ

        ນອກຈາກນີ້, ທ່ານ ໄຮຢາ ຍັງປະຕິເສດຈະຕົກເປັນເຄື່ອງມືຂອງນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ແລະ ລັດຖະບານອິດສະລາແອນ ໂດຍທ່ານເບິ່ງວ່າ: ອິດສະລາແອນໃຊ້ຂໍ້ຕົກລົງບາງສ່ວນເປັນຂໍ້ອ້າງໃນວາລະທາງການເມືອງ ເຊິ່ງມີຮາກຖານມາຈາກສົງຄາມແຫ່ງການສັງຫານໝູ່ ແລະ ຄວາມອຶດຫິວ ເຖິງວ່າຕ້ອງແລກກັບການເສຍຊີວິດຂອງຕົວປະກັນທັງໝົດກໍຕາມ.

        ທັງນີ້, ອິດສະລາແອນສະເໜີໃຫ້ຢຸດຍິງຢູ່ເຂດກາຊາເປັນເວລາ 45 ວັນ ເພື່ອໃຫ້ສາມາດປ່ອຍຕົວປະກັນໄດ້ ແລະ ຄວາມເປັນໄປໄດ້ທີ່ຈະເລີ່ມການເຈລະຈາທາງອ້ອມເພື່ອຢຸດສົງຄາມ.

        ຂະນະດຽວກັນ, ຮາມັດໄດ້ປ່ອຍຕົວປະກັນ 38 ຄົນພາຍໃຕ້ຂໍ້ຕົກລົງຢຸດຍິງທີ່ເລີ່ມໃນວັນທີ 19 ມັງກອນໃນເດືອນມີນາ ກ່ອນກອງທັບອິດສະລາແອນກັບມາເລີ່ມໂຈມຕີທາງບົກ ແລະ ທາງອາກາດຢູ່ເຂດກາຊາອີກ ໂດຍຍົກເລີກຂໍ້ຕົກລົງຢຸດຍິງຫລັງຈາກຮາມັດປະຕິເສດຂໍ້ສະເໜີທີ່ຈະຂະຫຍາຍເວລາຂໍ້ຕົກລົງຢຸດຍິງໂດຍບໍ່ຢຸດສົງຄາມ.

ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ - 4 - ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ
ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ - 5 - ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ
ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ - 3 - ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ