ສະຫລຸບ 7 ສະຫລອງປີໃໝ່ລາວ ທົ່ວປະເທດມີອຸປະຕິເຫດ 313 ຄັ້ງ ເສຍຊີວິດ 26 ຄົນ


ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຕໍ່ສື່ມວນຊົນ ປກສ ລາຍງານວ່າ: ໄລຍະການສະເຫຼີມສະຫຼອງປີໃໝ່ລາວ 2568 ຂອງກໍາລັງຕໍາຫຼວດຈະລາຈອນ ທົ່ວປະເທດ ໄລຍະ 7 ວັນອັນຕະລາຍ ລະຫວ່າງວັນທີ 11-17 ເມສາ 2025 ມີອຸປະຕິເຫດເກີດຂຶ້ນ 313 ຄັ້ງ ທຽບໃສ່ໄລຍະດຽວກັນໃນປີ 2024 ຫຼຸດລົງ 3 ຄັ້ງ ເສຍຊີວິດ 26 ຄົນ ຫຼຸດລົງ 7 ຄົນ.
ແຂວງທີ່ເກີດອຸປະຕິເຫດຫລາຍແມ່ນ ແຂວງຈຳປາສັກ 40 ຄັ້ງ, ແຂວງວຽງຈັນ 38 ຄັ້ງ, ນະຄອນຫລວງວຽງຈັນ 35 ຄັ້ງ; ແຂວງທີ່ເສຍຊີວິດຫລາຍແມ່ນ ແຂວງວຽງຈັນ 4 ຄົນ, ແຂວງສະຫວັນນະເຂດ 4 ຄົນ, ແຂວງຫລວງພະບາງ 3 ຄົນ, ນະຄອນຫລວງວຽງຈັນ 2 ຄົນ; ພາຫະນະທີ່ຮ່ວມເກີດອຸປະຕິເຫດທີ່ເກີດຂຶ້ນຫລາຍ 3 ອັນດັບແມ່ນ ລົດຈັກຕໍາລົດຈັກ 86 ຄັ້ງ, ລົດຈັກ ຕໍາລົດໃຫຍ່ 8 ຄັ້ງ, ລົດໃຫຍ່ຕຳລົດໃຫຍ່ 29 ຄັ້ງ.
ສາເຫດອັນດັບ 1 ທີ່ພາໃຫ້ເກີດອຸປະເຫດແມ່ນ ຄວາມໄວ ເກີດຂຶ້ນ 109 ກໍລະນີ ເສຍຊີວິດ 8 ຄົນ, ໃນຂະນະທີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ 75 ກໍລະນີ ເສຍຊີວິດ 14 ຄົນ ແລະ ບໍ່ປ່ອຍສິດ 50 ກໍລະນີ ເສຍຊີວິດ 3 ຄົນ.