ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ

ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ - 111 10 - ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ
ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ - kitchen vibe - ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ

          ທ່ານ ມາໂກ ຣູບິໂອ ລັດຖະມົນຕີຕ່າງປະເທດອາເມລິກາ ກ່າວວ່າ: ອາເມລິກາກຽມພິຈາລະນາຢຸດຄວາມພະຍາຍາມໃນການເຈລະຈາຢຸດສົງຄາມລະຫວ່າງອູແກຣນກັບຣັດເຊຍ ຖ້າຍັງບໍ່ມີຄວາມຄືບໜ້າໃນມໍ່ໆນີ້ ພາຍຫລັງສໍາເລັດກອງປະຊຸມຮ່ວມກັບເຈົ້າໜ້າທີ່ລະດັບສູງຂອງເອີຣົບ ແລະ ອູແກຣນ ຢູ່ນະຄອນຫລວງປາຣີສ ປະເທດຝຣັ່ງ.

          ທ່ານ ຣູບິໂອ ກ່າວວ່າ: ອາເມລິກາຕ້ອງຕັດສິນໃຈຢ່າງຮີບດ່ວນວ່າຄວາມເປັນໄປໄດ້ໃນການຢຸດສົງຄາມຈະເກີດຂຶ້ນໄດ້ແທ້ ຫລື ບໍ່ພາຍໃນໄລຍະເວລາມໍ່ໆນີ້. ພ້ອມເນັ້ນວ່າ: ຖ້າສະຖານະການຍັງບໍ່ມີຄວາມຄືບໜ້າ ອາເມລິກາອາດຈໍາເປັນຕ້ອງຖອນຕົວຈາກຂະບວນການເຈລະຈາ ແລະ ຫັນໄປດໍາເນີນນະໂຍບາຍທາງເລືອກອື່ນແທນ.

ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ - Visit Laos Visit SALANA BOUTIQUE HOTEL - ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ
ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ - Visit Laos Visit SALANA BOUTIQUE HOTEL - ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ

         ໃນລະຫວ່າງນີ້ ອາເມລິກາໄດ້ສະເໜີຂໍ້ຕົກລົງສັນຕິພາບໃໝ່ຕໍ່ອູແກຣນ ແລະ ຣັດເຊຍ ເຊິ່ງໜຶ່ງໃນເງື່ອນໄຂສໍາຄັນຄືຍອມຮັບໃຫ້ຣັດເຊຍຄອບຄອງໄຄຣເມຍຢ່າງເປັນທາງການ ແລກກັບການຢຸດຍິງຕາມແນວໜ້າສົງຄາມ. ທັງນີ້ ອູແກຣນຈະນໍາເອົາຂໍ້ສະເໜີດັ່ງກ່າວໄປຫາລືກັບປະທານາທິບໍດີ ໂວໂລດິເມຍ ເຊເລນສກີ, ຂະນະທີ່ຣັດເຊຍກໍາລັງຢູ່ລະຫວ່າງພິຈາລະນາ.

         ປະທານາທິບໍດີ ໂດນັລ ທຣໍາ ໃຫ້ສໍາພາດສະໜັບສະໜູນແນວທາງຂອງທ່ານ ຣູບິໂອ, ພ້ອມເນັ້ນວ່າ: ອາເມລິກາບໍ່ຕ້ອງການຖ່ວງເວລາ ຖ້າຄູ່ເຈລະຈາບໍ່ມີຄວາມຈິງໃຈໃນການຢຸດສົງຄາມ ໂດຍລະບຸວ່າ: ຖ້າໜຶ່ງໃນສອງຝ່າຍຍັງຫລິ້ນເກມທາງການເມືອງ ອາເມລິກາພ້ອມຈະຖອນຕົວທັນທີ, ແຕ່ຍັງປະຕິເສດຈະເປີດເຜີຍໄລຍະເວລາທີ່ຊັດເຈນ.

         ຂະນະດຽວກັນ, ຣັດເຊຍໄດ້ອອກມາສະແດງທ່າທີຜ່ານໂຄສົກເກຣມລິນ ຢືນຢັນວ່າມີຄວາມພະຍາຍາມໃນການແກ້ໄຂບັນຫາຢ່າງຕໍ່ເນື່ອງ ເຖິງຈະຍອມຮັບວ່າສະຖານະການຍັງເຕັມໄປດ້ວຍຄວາມຊັບຊ້ອນ. ສ່ວນສື່ຣັດເຊຍລາຍງານວ່າ: ຄໍາເວົ້າຂອງທ່ານ ຣູບິໂອ ເປັນຄໍາຂາດຈາກວໍຊິງຕັນຕໍ່ລັດຖະບານອູແກຣນ.

        ອີກດ້ານໜຶ່ງ, ອາເມລິກາ ແລະ ອູແກຣນ ໄດ້ລົງນາມບັນທຶກຄວາມເຂົ້າໃຈ (MOU) ບາດກ້າວທໍາອິດສູ່ການຈັດຕັ້ງຂໍ້ຕົກລົງການຮ່ວມມືດ້ານແຮ່ທາດສໍາຄັນ ເພື່ອສະໜັບສະໜູນການຟື້ນຟູເສດຖະກິດຂອງອູແກຣນ ເຊິ່ງຖືເປັນຄວາມຄືບໜ້າທີ່ສໍາຄັນ ພາຍຫລັງຂໍ້ຕົກລົງກ່ອນໜ້ານີ້ລົ້ມເຫລວຈາກບັນຫາຄວາມຂັດແຍ່ງທາງການເມືອງໃນເດືອນກຸມພາຜ່ານມາ.

         ເຖິງຢ່າງໃດກໍຕາມ, ຄວາມເຄັ່ງຕຶງໃນພື້ນທີ່ຍັງດໍາເນີນຕໍ່ໄປ ພາຍຫລັງຣັດເຊຍຍິງລູກສອນໄຟໂຈມຕີເມືອງຄາຄິບ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈໍານວນໜຶ່ງ ສະທ້ອນໃຫ້ເຫັນວ່າສະຖານະການຄວາມຂັດແຍ່ງຍັງຢູ່ໃນສະພາບບອບບາງ ເຖິງວ່າຈະມີຄວາມພະຍາຍາມໃນການເຈລະຈາຢ່າງຕໍ່ເນື່ອງກໍຕາມ.

ອ້າງອີງ:

ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ - 5 - ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ
ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ - 3 - ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ
ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ - 4 - ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ