ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ວັນທີ 24-25 ເມສາ 2025

- 01 6237 - ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ວັນທີ 24-25 ເມສາ 2025
- kitchen vibe - ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ວັນທີ 24-25 ເມສາ 2025

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 24-25 ເມສາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ຊີລະປະຫວັດຫຍໍ້

- Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ວັນທີ 24-25 ເມສາ 2025
  • ນາມສະກຸນ ແລະ ຊື່: ເລືອງ ເກື່ອງ.
  • ວັນເດືອນປີເກີດ: 15/8/1957
  • ບ້ານເກີດ: ບ້ານຢືວເລົາ, ນະຄອນຫວຽດຈີ໋, ແຂວງຟູເຖາະ.
  • ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະ ການປົກຄອງລັດ
  • ລະດັບທິດສະດີການເມືອງ: ຊັ້ນສູງ
  • ວັນເດືອນປີເຂົ້າພັກ: 7/1978
    ປະຫວັດການເຄື່ອນໄຫວວຽກງານໂດຍຫຍໍ້
  • 02/1975: ເຂົ້າຮ່ວມກອງທັບ.
  • 05/2003-03/2006: ຮອງຫົວໜ້າບັນຊາການ, ເລຂາຄະນະພັກກອງພົນໃຫຍ່ທີ 2, ພົນຈັດຕະວາ (02/2006).
  • 04/2006-12/2007: ບັນຊາການດ້ານການເມືອງ, ເລຂາຄະນະພັກກອງພົນໃຫຍ່ທີ 2, ພົນຈັດຕະວາ.
  • 01/2008-05/2011: ບັນຊາການດ້ານການເມືອງ, ເລຂາຄະນະພັກທະຫານເຂດ 3, ກຳມະການສູນ ກາງພັກສະ ໄໝທີ XI (01/2011), ພົນຕີ (8/2009).
  • 06/2011-12/2015: ກຳມະການສູນກາງພັກສະໄໝທີ XI, ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບປະຊາຊົນ ຫວຽດນາມ, ພົນໂທ (12/2014).
  • 01/2016-4/2016: ເລຂາທິການສູນກາງພັກສະໄໝທີ XII, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ປະຊາຊົນ ຫວຽດນາມ, ພົນໂທ.
  • 5/2016-12/2020: ເລຂາທິການສູນກາງພັກສະໄໝທີ XII, ກຳມະການຄະນະປະຈຳຄະນະພັກ ທະ ຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະກຳມະການກວດກາ ຄະນະພັກ ທະຫານສູນກາງ, ພົນເອກ (01/2019).
  • 01/2021-4/2024: ກຳມະການກົມການເມືອງສະໄໝທີ XIII, ກຳມະການຄະນະປະຈຳຄະນະພັກ ທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະກຳມະການກວດກາ ຄະນະພັກທະຫານສູນກາງ, ພົນເອກ.
  • 5/2024-10/2024: ກຳມະການກົມການເມືອງສະໄໝທີ XIII; ຜູ້ປະຈຳການຄະນະເລຂາທິການສະໄໝທີ XIII, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານສໍ້ລາດບັງຫລວງ, ຫຍໍ້ທໍ້.
  • 21/10/2024: ສະພາແຫ່ງຊາດຊຸດທີ XV ເລືອກຕັ້ງເປັນປະທານປະເທດຫວຽດນາມ.
    ເປັນກຳມະການສູນກາງພັກສະໄໝທີ XI, XII, XIII; ເລຂາທິການສູນກາງພັກສະໄໝທີ XII; ກຳມະການ ກົມການເມືອງສະໄໝທີ XIII.
- 4 - ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ວັນທີ 24-25 ເມສາ 2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!