ທ່ານ ປູຕິນ ປະກາດຢຸດຍິງໄລຍະອີສເຕີ ອູແກຣນພ້ອມປະຕິບັດຕາມຖ້າຣັດເຊຍຢຸດຍິງແທ້

- 222 7 - ທ່ານ ປູຕິນ ປະກາດຢຸດຍິງໄລຍະອີສເຕີ ອູແກຣນພ້ອມປະຕິບັດຕາມຖ້າຣັດເຊຍຢຸດຍິງແທ້
- kitchen vibe - ທ່ານ ປູຕິນ ປະກາດຢຸດຍິງໄລຍະອີສເຕີ ອູແກຣນພ້ອມປະຕິບັດຕາມຖ້າຣັດເຊຍຢຸດຍິງແທ້

       ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ປະກາດຢຸດຍິງຊົ່ວຄາວຊ່ວງອີສເຕີ (Easter Truce) ເປັນເວລາ 30 ຊົ່ວໂມງ ນັບແຕ່ວັນ 19 ເມສາ ເຖິງເວລາ 22:00 ໂມງ ຂອງວັນທີ 20 ເມສາ ຕາມເວລານະຄອນຫລວງມົດສະກູ ໂດຍທ່ານ ປູຕິນ ໄດ້ສັ່ງໃຫ້ກອງທັບຣັດເຊຍຢຸດປະຕິບັດການທາງທະຫານທັງໝົດໃນໄລຍະເວລາດັ່ງກ່າວ, ແຕ່ໃຫ້ກຽມພ້ອມຮັບມືຕໍ່ການລະເມີດຂໍ້ຕົກລົງ ຫລື ການຢົ່ວຢຸຈາກຝ່າຍອູແກຣນ.

         ໂດຍກອງທັບຣັດເຊຍ ແລະ ກະຊວງປ້ອງກັນປະເທດຣັດເຊຍຢືນຢັນວ່າ: ຈະເຄົາລົບຂໍ້ຕົກລົງນີ້ຖ້າຝ່າຍອູແກຣນປະຕິບັດເຊັ່ນດຽວກັນ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ປູຕິນ ປະກາດຢຸດຍິງໄລຍະອີສເຕີ ອູແກຣນພ້ອມປະຕິບັດຕາມຖ້າຣັດເຊຍຢຸດຍິງແທ້

        ທ່ານ ໂວໂລດິເມຍ ເຊເລນສກີ ປະທານາທິບໍດີຂອງອູແກຣນ ລະບຸວ່າ: ອູແກຣນພ້ອມຈະປະຕິບັດຕາມຖ້າຣັດເຊຍຢຸດຍິງຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ຜູ້ນໍາອູແກຣນຊີ້ວ່າ: ປັດຈຸບັນຍັງມີການສູ້ຮົບເກີດຂຶ້ນຕໍ່ເນື່ອງໃນພື້ນທີ່ຄູສ ແລະ ເບລໂກຣອດຂອງຣັດເຊຍ ແລະ ຣັດເຊຍຍັງໃຊ້ໂດຣນໂຈມຕີໃນບາງພື້ນທີ່ເຖິງວ່າບາງຈຸດສະຫງົບລົງ ໂດຍອູແກຣນຍັງສະແດງຈຸດຢືນທີ່ເປີດກວ້າງຕໍ່ແນວທາງການເຈລະຈາຢຸດຍິງຊົ່ວຄາວເປັນໄລຍະເວລາ 30 ວັນຕາມຂໍ້ສະເໜີຂອງອາເມລິກາ, ແຕ່ຍັງບໍ່ໄດ້ຮັບຄໍາຕອບຈາກຣັດເຊຍ.

        ຂະນະທີ່ລັດຖະມົນຕີຕ່າງປະເທດອູແກຣນສະແດງຄວາມບໍ່ເຊື່ອໝັ້ນໃນຄໍາເວົ້າຂອງທ່ານ ປູຕິນ ໂດຍລະບຸວ່າ: ຄໍາເວົ້າຂອງທ່ານ ປູຕິນ ມັກບໍ່ກົງກັບການກະທໍາ ແລະ ຈະຕັດສິນຈາກການກະທໍາບໍ່ແມ່ນຄໍາເວົ້າ.

         ສ່ວນລັດຖະບານອັງກິດອອກຖະແຫລງການວ່າ: ຖ້າທ່ານ ປູຕິນ ຈິງໃຈຕໍ່ສັນຕິພາບ ຄວນ ຢຸດການຮຸກຮານທັນທີ ແລະ ປະກາດຢຸດຍິງຖາວອນ ບໍ່ແມ່ນພຽງແຕ່ 1 ວັນ, ສ່ວນລັດຖະບານອາເມລິກາພາຍໃຕ້ການນໍາຂອງທ່ານ ໂດນັລ ທຣໍາ ປະກາດກຽມພິຈາລະນາຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າໃນມໍ່ໆນີ້.

ອ້າງອີງ:

- 4 - ທ່ານ ປູຕິນ ປະກາດຢຸດຍິງໄລຍະອີສເຕີ ອູແກຣນພ້ອມປະຕິບັດຕາມຖ້າຣັດເຊຍຢຸດຍິງແທ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!