ກອງທັບອິດສະລາແອນຍອມຮັບ “ຄວາມລົ້ມເຫລວໃນວິຊາຊີບ” ເຮັດໃຫ້ເຈົ້າໜ້າທີ່ກູ້ໄພເສຍຊີວິດຢູ່ເຂດກາຊາ

- 444 1 - ກອງທັບອິດສະລາແອນຍອມຮັບ “ຄວາມລົ້ມເຫລວໃນວິຊາຊີບ” ເຮັດໃຫ້ເຈົ້າໜ້າທີ່ກູ້ໄພເສຍຊີວິດຢູ່ເຂດກາຊາ
- kitchen vibe - ກອງທັບອິດສະລາແອນຍອມຮັບ “ຄວາມລົ້ມເຫລວໃນວິຊາຊີບ” ເຮັດໃຫ້ເຈົ້າໜ້າທີ່ກູ້ໄພເສຍຊີວິດຢູ່ເຂດກາຊາ

        ວັນທີ 20 ເມສາ, ກອງທັບອິດສະລາແອນ (IDF) ເປີດເຜີຍຜົນການສອບສວນກໍລະນີເຈົ້າໜ້າທີ່ແພດ ແລະ ກູ້ໄພ 15 ຄົນ ເສຍຊີວິດຢູ່ເຂດກາຊາໃນເດືອນມີນາ ໂດຍລະບຸວ່າເຫດການດັ່ງກ່າວເກີດຈາກ “ຄວາມລົ້ມເຫລວໃນລະດັບວິຊາຊີບ” ຫລາຍປະການ.

        ຜູ້ເສຍຊີວິດສ່ວນຫລາຍເປັນເຈົ້າໜ້າທີ່ຈາກອົງການກາແດງປາແລັສຕິນ (Palestine Red Crescent Society: PRCS) ເຊິ່ງຖືກຍິງເສຍຊີວິດກ່ອນຈະຖືກຝັງໃນຂຸມສົບລວມ. ເຫດການນີ້ສ້າງຄວາມບໍ່ພໍໃຈ ແລະ ຖືກປະນາມຈາກນາໆຊາດຢ່າງກວ້າງຂວາງ.

- Visit Laos Visit SALANA BOUTIQUE HOTEL - ກອງທັບອິດສະລາແອນຍອມຮັບ “ຄວາມລົ້ມເຫລວໃນວິຊາຊີບ” ເຮັດໃຫ້ເຈົ້າໜ້າທີ່ກູ້ໄພເສຍຊີວິດຢູ່ເຂດກາຊາ

        IDF ຍອມຮັບວ່າ: ເກີດຄວາມຜິດພາດຫລາຍດ້ານ ລວມທັງການລະເມີດຄໍາສັ່ງ ແລະ ການລາຍງານເຫດການບໍ່ຄົບຖ້ວນ. ເຖິງຢ່າງໃດກໍຕາມ ກອງທັບຍັງສະໜັບສະໜູນການຕັດສິນໃຈຂອງທະຫານທີ່ປະຕິບັດພາລະກິດໃນເຫດການດັ່ງກ່າວ ໂດຍໂຄສົກ IDF ພົນຈັດຕະວາ ເອບຟີ ເດບຣິນ (Brig. Gen. Effie Defrin) ລະບຸວ່າ: ເຫດການນີ້ເປັນຜົນມາຈາກ “ຕ່ອງໂສ້ແຫ່ງຄວາມຜິດພາດ… ແຕ່ບໍ່ມີຊ່ອງວ່າງທາງຈະລິຍະທໍາ”.

        IDF ປະຕິເສດວ່າບໍ່ມີການຍິງໂດຍບໍ່ເລືອກເປົ້າໝາຍ, ແຕ່ທະຫານເລີ່ມຍິງເນື່ອງຈາກເຂົ້າໃຈວ່າຜະເຊີນ “ໄພຄຸກຄາມທີ່ຊັດເຈນ” ພາຍໃຕ້ “ຄວາມເຂົ້າໃຈຜິດໃນການປະຕິບັດ”.

        ເຊິ່ງຈາກຜົນການສອບສວນ ຜູ້ບັນຊາການກອງພົນທີ 14 ໄດ້ຮັບໜັງສືຕໍາໜິ, ສ່ວນຮອງຜູ້ບັງຄັບກອງພັນລາດຕະເວນໂກລານີ (Golani Reconnaissance Battalion) ຖືກປົດຈາກຕໍາແໜ່ງ ເນື່ອງຈາກເປັນຜູ້ສັ່ງໃຫ້ເລີ່ມຍິງ ແລະ ເປັນຜູ້ຍິງໃສ່ຂະບວນລົດເອງ. ອີກທັງຍັງລາຍງານເຫດການຢ່າງບໍ່ຄົບຖ້ວນ ແລະ ບໍ່ຖືກຕ້ອງ.

ອ້າງອີງ:

- 3 - ກອງທັບອິດສະລາແອນຍອມຮັບ “ຄວາມລົ້ມເຫລວໃນວິຊາຊີບ” ເຮັດໃຫ້ເຈົ້າໜ້າທີ່ກູ້ໄພເສຍຊີວິດຢູ່ເຂດກາຊາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!