ຣັດເຊຍມອບປາກະປ໋ອງ 6 ແສນກວ່າກະປ໋ອງ ເປັນອາຫານທ່ຽງແກ່ນັກຮຽນ 13 ເມືອງຂອງແຂວງພາກເໜືອ

- 492675382 1159318676222437 5769131256107979306 n - ຣັດເຊຍມອບປາກະປ໋ອງ 6 ແສນກວ່າກະປ໋ອງ ເປັນອາຫານທ່ຽງແກ່ນັກຮຽນ 13 ເມືອງຂອງແຂວງພາກເໜືອ
- kitchen vibe - ຣັດເຊຍມອບປາກະປ໋ອງ 6 ແສນກວ່າກະປ໋ອງ ເປັນອາຫານທ່ຽງແກ່ນັກຮຽນ 13 ເມືອງຂອງແຂວງພາກເໜືອ

ວັນທີ 22 ເມສາ 2025 ທີ່ນະຄອນຫຼວງວຽງຈັນ, ອົງການອາຫານໂລກແຫ່ງສະຫະປະຊາຊາດ ໄດ້ສະໜອງການຊ່ວຍເຫຼືອປາກະປ໋ອງທີ່ນໍາເຂົ້າຈາກສະຫະພັນຣັດເຊຍ 149 ໂຕນ ໃຫ້ແກ່ກະຊວງສຶກສາທິການ ແລະ ກີລາ ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ 50,000 ຄົນໃນ 13 ເມືອງເປົ້າໝາຍ ທີ່ຍັງມີຄວາມທ້າທາຍທາງດ້ານສະບຽງອາຫານໃນພາກເໜືອຂອງ ສປປ ລາວ.

ການຂົນສົ່ງຕູ້ຄອນເທັນເນີ 7 ຕູ້ ທີ່ບັນຈຸປາຊາດີນຫຼາຍກວ່າ 607,000 ກະປ໋ອງ ໄດ້ມາເຖິງລາວໃນເດືອນມີນາປີນີ້ ແລະ ນ້ຳມັນພືດ 47 ໂຕນ ຖືກຂົນສົ່ງມາຮອດລາວໃນເດືອນຕຸລາປີກາຍນີ້ ສະຫະພັນຣັດເຊຍ ໃຫ້ການສືບຕໍ່ສະໜັບສະໜູນວຽກງານອາຫານທ່ຽງໃນໂຮງຮຽນ ເຊິ່ງເປັນຂີດໝາຍການຮ່ວມມືຢ່າງຕໍ່ເນື່ອງກັບ ສປປ ລາວ.

- Visit Laos Visit SALANA BOUTIQUE HOTEL - ຣັດເຊຍມອບປາກະປ໋ອງ 6 ແສນກວ່າກະປ໋ອງ ເປັນອາຫານທ່ຽງແກ່ນັກຮຽນ 13 ເມືອງຂອງແຂວງພາກເໜືອ
- 491998119 1159318692889102 2293549993672107650 n 1024x683 - ຣັດເຊຍມອບປາກະປ໋ອງ 6 ແສນກວ່າກະປ໋ອງ ເປັນອາຫານທ່ຽງແກ່ນັກຮຽນ 13 ເມືອງຂອງແຂວງພາກເໜືອ

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດັ່ງກ່າວ ເຊິ່ງ “ປາກະປ໋ອງ ທັງໝົດນີ້ຈະຖືກມອບໃຫ້ນັກຮຽນເປົ້າໝາຍໃນແຂວງຫຼວງນ້ຳທາ, ຜົ້ງສາລີ ແລະ ຫຼວງພະບາງ ເພື່ອຊ່ວຍເພີ່ມໂປຣຕີນທີ່ສຳຄັນ ແລະ ມີຄຸນຄ່າທາງໂພຊະນາການໃນອາຫານທ່ຽງຂອງ ນັກຮຽນໃນໂຮງຮຽນ. ພ້ອມນີ້, ກໍສະແດງຄວາມຂອບໃຈມາຍັງສະຫະພັນຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການບັນລຸເປົ້າໝາຍ ການຮັບປະກັນສຸຂະພາບຂອງເດັກນັກຮຽນ ອັນເປັນພື້ນຖານສູ່ຄວາມສຳເລັດຂອງການຮຽນຮູ້.

ນັບແຕ່ປີ 2018 ເປັນຕົ້ນມາສະຫະພັນຣັດເຊຍ ໄດ້ຮ່ວມມືກັບອົງການອາຫານໂລກ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ການຊ່ວຍເຫຼືອຄັ້ງນີ້ ເປັນສ່ວນໜຶ່ງຂອງຄຳໝັ້ນສັນຍາອັນໃຫຍ່ຫຼວງຂອງສະຫະພັນຣັດເຊຍ ແນໃສ່ເພີ່ມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍໃນລາວ ໂດຍມີມູນຄ່າທັງໝົດ 2 ລ້ານໂດລາສະຫະລັດ.

ທ່ານ ວາລາດີເມຍ ກາລິນອິນ ເອກອັກຄະລັດຖະທູດແຫ່ງສະຫະພັນຣັດເຊຍ ປະຈໍາ ລາວ ກ່າວໃນພິທີມອບວ່າ: “ສະຫະພັນຣັດເຊຍ ໄດ້ໃຫ້ຄວາມສຳຄັນຕໍ່ການໃຫ້ການຊ່ວຍເຫຼືອດ້ານເສດຖະກິດມະນຸດສະທຳ ແລະ ສັງຄົມແກ່ ສປປ ລາວເປັນພັນທະມິດທີ່ໄວ້ເນື້ອເຊື່ອໃຈ ແລະ ເພື່ອນສະໜິດຂອງພວກເຮົາມາເປັນເວລາ 65 ປີ ໂດຍການຊ່ວຍເຫຼືອດ້ານສະບຽງອາຫານ ພວກເຮົາເຊື່ອວ່າ ເປັນການຊ່ວຍໃຫ້ເດັກນັກຮຽນໃນ ສປປ ລາວ ໄດ້ເຂົ້າເຖິງອາຫານທີ່ມີໂພຊະນາການໃນແຕ່ລະວັນ ແມ່ນວິທີທີ່ດີໃນການປັບປຸງຊີວິດການເປັນຢູ່ ແລະ ຕ້ານການຂາດສານອາຫານ ພວກເຮົາຄາດຫວັງວ່າການຊ່ວຍເຫຼືອຂອງພວກເຮົາຈະປະກອບສ່ວນເຂົ້າໃນຄວາມພະຍາຍາມຮ່ວມກັນຂອງປະຊາຊາດເພື່ອຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມໃນ ສປປ ລາວ.”

- 492937272 1159318706222434 2390357222149015689 n 1024x683 - ຣັດເຊຍມອບປາກະປ໋ອງ 6 ແສນກວ່າກະປ໋ອງ ເປັນອາຫານທ່ຽງແກ່ນັກຮຽນ 13 ເມືອງຂອງແຂວງພາກເໜືອ

ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າ ທັງເປັນຜູ້ອໍານວຍການຂອງອົງການອາ ຫານໂລກ ປະຈຳ ສປປ ລາວ ກ່າວວ່າ “ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄດ້ກາຍເປັນເຄື່ອງມືປັບປຸງການເຂົ້າໂຮງຮຽນ ແລະ ຜົນການຮຽນ ຫຼາຍກວ່າສອງທົດສະວັດ ໂດຍຮັບປະກັນວ່ານັກຮຽນໄດ້ຮັບອາຫານທີ່ມີໂພຊະນາການ ຢ່າງໜ້ອຍໜຶ່ງຄາບໃນແຕ່ລະມື້ເຂົ້າຮຽນ ໃນຂະນະດຽວກັນ ພວກເຮົາກໍກໍາລັງສຸມໃສ່ວຽກການສ້າງລະບົບຕ່ອງໂສ້ອາຫານ ຜ່ານການສະໜອງອາຫານທ້ອງຖິ່ນໃຫ້ໂຮງຮຽນທີ່ທີອາຫານທ່ຽງ ພວກເຮົາ ຂໍສະແດງຄວາມຂອບໃຈຢ່າງສູງສໍາລັບການຊ່ວຍເຫຼືອດ້ານສະບຽງອາຫານ ໃຫ້ແກ່ເຂດພື້ນທີ່ທີ່ປະເຊີນກັບສິ່ງທ້າທາຍທາງດ້ານອັດຕາການຂາດສານອາຫານສູງ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ.”

ທີ່ມາ: ອົງການອາຫານໂລກ

- 5 - ຣັດເຊຍມອບປາກະປ໋ອງ 6 ແສນກວ່າກະປ໋ອງ ເປັນອາຫານທ່ຽງແກ່ນັກຮຽນ 13 ເມືອງຂອງແຂວງພາກເໜືອ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!