ການທາບທາມ ແລະ ຄັດເລືອກບຸກຄະລາກອນ ແມ່ນຂອດສຳຄັນຂອງພັກ


ໂດຍ: ຜາຕຸງ
ປັດຈຸບັນ ຂະບວນການກ່ຽວກັບກອງປະຊຸມ 3 ຂັ້ນ ຂອງພັກ ພວມດຳເນີນໄປຢ່າງເປັນຂະບວນກວ້າງ ຂວາງ ຟົດຟື້ນ ແລະ ເຕັມໄປດ້ວຍຄວາມຮັບຜິດ ຮັບຊອບຂອງຄະນະພັກ ສະມາຊິກພັກແຕ່ລະຂັ້ນ ຫຼາຍເມືອງຫຼາຍກົມກອງຮາກຖານໄດ້ສຳເລັດກອງປະຊຸມຂັ້ນຂອງຕົນຜ່ານໄປແລ້ວ ແຕ່ກໍຍັງຫຼາຍບ່ອນພວມກະກຽມເພື່ອດຳເນີນກອງປະຊຸມເພື່ອໃຫ້ສຳເລັດຕາມແຜນການ ສ້າງເງື່ອນໄຂອັນຄົບຖ້ວນສົມ ບູນໃນກອງປະຊຸມຂັ້ນເທິງຖັດໄປ ເປັນຕົ້ນແມ່ນດ້ານເນື້ອໃນແນວທາງ, ການທາບທາມດ້ານບຸກຄະລາກອນທີ່ຈະປະກອບເຂົ້າໃນຄະນະບໍລິຫານງານພັກ ໃຫ້ຄົບຖ້ວນໃນແຕ່ລະດ້ານ.
ເວົ້າເລື່ອງ ກອງປະຊຸມທາບທາມ ບຸກຄະລາກອນ ຂອງຄະນະພັກຮາກຖານແຕ່ລະຂັ້ນນັ້ນ ຈຶ່ງແມ່ນບັນຫາພື້ນຖານທີ່ສຳຄັນໃນການຕັດສິນແກ້ໄຂບັນຫາຕ່າງໆ ຂອງກົມກອງ, ທ້ອງຖິ່ນລວມທັງບັນຫາຂອງຊາດ ຈຳເປັນຕ້ອງທາບທາມຄັດເລືອກໃຫ້ໄດ້ ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດໃນລະ ດັບອັນແນ່ນອນ, ຫຼີກເວັ້ນກຸ່ມກ້ອນ, ພັກພວກ,ຈຸ້ ມເຈື້ອເຊື້ອສາຍ,ຮັບປະກັນໃຫ້ໄດ້ຄົນດີທີ່ບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ, ຍອມເສຍສະຫຼະທຸກຢ່າງເຮັດວຽກເພື່ອຊາດ, ເພື່ອພັກ-ລັດ ແລະ ເພື່ອຜົນປະ ໂຫຍດອັນລວມຂອງປະຊາຊົນເປັນຫຼັກ.
ກ່ຽວກັບການດໍາເນີນກອງປະຊຸມ 3 ຂັ້ນຂອງພັກ ບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຢາກນໍາພາປະເທດຊາດໄປສູ່ຄວາມວັດທະ ນະຖາວອນໄດ້, ກ່ອນອື່ນໝົດ ພັກຕ້ອງມີຄວາມເຂັ້ມແຂງ, ຢາກມີຄວາມເຂັ້ມແຂງໄດ້ຄະນະພັກທຸກຂັ້ນ ແລະ ສະມາຊິກພັກກໍຕ້ອງຮູ້ກໍ່ສ້າງ ແລະ ປັບປຸງຕົນເອງຢ່າງຮອບດ້ານເປັນຕົ້ນແມ່ນ ການເພີ່ມທະ ວີຄວາມສາມາດນໍາພາຂອງພັກໃຫ້ດີກວ່າເກົ່າ ພັກຈຶ່ງມີຄວາມເຂັ້ມແຂງ ແລະ ຄວາມສາມາດກຳອຳ ນາດໄດ້ຢ່າງໝັ້ນຄົງຍາວນານ ແລະ ນໍາພາປວງຊົນທັງຊາດ ສ້າງສາພັດທະນາປະເທດຊາດ ໃຫ້ປະສົບຜົນສໍາເລັດຕາມອຸດົມການ ທີ່ກຳນົດໄວ້, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດ ສິນທຳປະຕິວັດ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກກງານ.
ທັງໝົດນີ້ ກໍເພື່ອເປັນບ່ອນອີງເຂົ້າໃນການປ່ອນບັດທາບທາມບຸກຄາລາກອນທີ່ຈະລົງສະໝັກເລືອກຕັ້ງປະກອບເຂົ້າໃນຄະນະພັກ ຊຸດໃໝ່ແຕ່ລະຂັ້ນ ທັງຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດ ນໍາຂອງພັກ, ຖືກຕ້ອງຕາມລະບຽບຂອງພັກ ໃຫ້ມີລັກສະນະຮັບປະກັນການຫັນເປັນໜຸ່ມທີ່ມີລັກສະນະສືບທອດປ່ຽນແທນຢ່າງແທ້ຈິງ, ທັງປະກອບໄປດ້ວຍ 3ຮຸ່ນ ມີທັງອາວຸໂສ, ກາງ ແລະ ໜຸ່ມ, ເພດ, ເຜົ່າ ໃຫ້ຄົບຖ້ວນ ເພື່ອເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ມະຫາຊົນ ແລະ ປະຊາຊົນຢູ່ໃນກົມກອງທ້ອງຖິ່ນທີ່ຕົນຮັບຜິດຊອບ, ບໍ່ສວຍໂອກາດເອົາບົດບາດ, ໜ້າທີ່ຕໍາແໜ່ງຂອງພັກໄປໃນທາງທີ່ບໍ່ຖືກຕ້ອງ ຜິດເຂວໄປຈາກແນວທາງແລະອູດົມຄະຕິຂອງພັກ ຫາຜົນປະໂຫຍດແກ່ຕົນເອງ ແລະ ພວກພ້ອງຈົນເກີດການສໍ້ລາດບັງຫລວງສໍ້ຫລວງບັງລາດແລະອື່ນໆ ເພື່ອຄູນຮັ່ງຄູນມີໃຫ້ຕົນເອງຄອບ ຄົວ ແລະ ພວກພ້ອງ ຈົນເຮັດໃຫ້ບົດບາດອິດທິພົນຂອງພັກມົວໝອງ, ປະເທດຊາດຕົກຢູ່ໃນຊາຕາກໍາລໍາບາກ ແລະ ພວກເພິ່ນເຫຼົ່ານີ້ ຈະເປັນຜູ້ນຳໜ້າພາທາງປວງຊົນລາວບັນດາເຜົ່າປະຕິບັດແນວທາງຂອງພັກກຳນົດອອກໃນການພັດທະນາ ເສດຖະກິດ-ສັງຄົມກ້າວເດີນໄປໜ້າເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ປາກົດຜົນເປັນຈິງ