ສານອາເມລິກາຍົກເລີກຄໍາສັ່ງທ່ານ ທຣໍາ ສັ່ງປິດສໍານັກຂ່າວ VOA ຊີ້ລະເມີດກົດໝາຍ ແລະ ຂັດລັດຖະທໍາມະນູນ

- 111 12 - ສານອາເມລິກາຍົກເລີກຄໍາສັ່ງທ່ານ ທຣໍາ ສັ່ງປິດສໍານັກຂ່າວ VOA ຊີ້ລະເມີດກົດໝາຍ ແລະ ຂັດລັດຖະທໍາມະນູນ
- kitchen vibe - ສານອາເມລິກາຍົກເລີກຄໍາສັ່ງທ່ານ ທຣໍາ ສັ່ງປິດສໍານັກຂ່າວ VOA ຊີ້ລະເມີດກົດໝາຍ ແລະ ຂັດລັດຖະທໍາມະນູນ

        ຜູ້ພິພາກສາສານລັດຖະບານກາງອາເມລິກາຍົກເລີກຄໍາສັ່ງປິດສໍານັກຂ່າວ Voice of America (VOA) ແລະ ພັນທະມິດທີ່ໄດ້ຮັບທຶນສະໜັບສະໜູນຈາກລັດ, ພ້ອມມີຄໍາສັ່ງໃຫ້ລັດຖະບານຂອງປະທານາທິບໍດີ ໂດນັລ ທຣໍາ ຄືນຕໍາແໜ່ງ ແລະ ງົບປະມານແກ່ອົງກອນຂ່າວເຫລົ່ານີ້, ພ້ອມທັງອະນຸຍາດໃຫ້ກັບມາອອກອາກາດທາງວິທະຍຸ, ໂທລະພາບ ແລະ ອອນລາຍໄດ້ຕາມປົກກະຕິ ໂດຍຊີ້ວ່າ: ຄໍາສັ່ງປິດກິດຈະການກ່ອນໜ້ານີ້ລະເມີດກົດໝາຍ ແລະ ຂັດຕໍ່ລັດຖະທໍາມະນູນ.

        ລັດຖະບານ ທຣໍາ ເຄີຍສັ່ງປິດ VOA ແລະ ອົງກອນຂ່າວອື່ນໆທີ່ລັດສະໜັບສະໜູນເຊັ່ນ: Radio Free Asia ແລະ Middle East Broadcasting Networks ເຊິ່ງສົ່ງຜົນເຮັດໃຫ້ພະນັກງານ 1,300 ກວ່າຄົນຖືກພັກວຽກ ເນື່ອງຈາກລັດຖະບານ ທຣໍາ ເບິ່ງວ່າ: ສໍານັກຂ່າວເຫລົ່ານີ້ມີທ່າອ່ຽງຕໍ່ຕ້ານທ່ານ ທຣໍາ ແລະ ເປັນຝ່າຍຫົວຮຸນແຮງ.

- Visit Laos Visit SALANA BOUTIQUE HOTEL - ສານອາເມລິກາຍົກເລີກຄໍາສັ່ງທ່ານ ທຣໍາ ສັ່ງປິດສໍານັກຂ່າວ VOA ຊີ້ລະເມີດກົດໝາຍ ແລະ ຂັດລັດຖະທໍາມະນູນ

        ຜູ້ພິພາກສາ ຣອຍ ແລມເບິຣ ລະບຸວ່າ: ການກະທໍາຂອງລັດຖະບານອາເມລິກາ ບໍ່ຄໍານຶ່ງເຖິງຜົນກະທົບຕໍ່ພະນັກງານ, ນັກຂ່າວ ແລະ ຜູ້ບໍລິໂພກຂ່າວສານທົ່ວໂລກ. ອີກທັງຍັງອາດລະເມີດກົດໝາຍ International Broadcasting Act ແລະ ອໍານາດຂອງສະພາຄອງເກຣດໃນການຈັດສັນງົບປະມານສະໜັບສະໜູນອົງກອນຂ່າວເຫລົ່ານີ້.

         ໂດຍສານອາເມລິກາເນັ້ນວ່າ: ສະພາຄອງເກຣດຄືຜູ້ມີອໍານາດໃນການອະນຸມັດງົບປະມານ ແລະ ກໍານົດໃຫ້ລາຍການຂ່າວເຫລົ່ານີ້ມີເນື້ອໃນທີ່ “ຖືກຕ້ອງ ເປັນກາງ ແລະ ຄວບຄຸມ” ລັດຖະບານບໍ່ມີສິດຍົກເລີກ ຫລື ສັ່ງຢຸດງົບປະມານແຕ່ພຽງຝ່າຍດຽວ.

        ນອກຈາກນີ້, ຜູ້ພິພາກສາ ແລມເບິຣ ຍັງຕັ້ງຄໍາຖາມວ່າ: ຖ້າ VOA ກ້າເລົ່າຄວາມຈິງກ່ຽວກັບອາເມລິກາແບບກົງໄປກົງມາ ນັ້ນບໍ່ຄວນເປັນຈຸດແຂງຂອງສື່ຫວາ ?.

ອ້າງອີງ:

- 4 - ສານອາເມລິກາຍົກເລີກຄໍາສັ່ງທ່ານ ທຣໍາ ສັ່ງປິດສໍານັກຂ່າວ VOA ຊີ້ລະເມີດກົດໝາຍ ແລະ ຂັດລັດຖະທໍາມະນູນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!