ອົງການອະນາໄມໂລກປະກາດປົດພະນັກງານຄັ້ງໃຫຍ່ ຜົນກະທົບຈາກອາເມລິກາຕັດງົບສະໜັບສະໜູນ

- 222 8 - ອົງການອະນາໄມໂລກປະກາດປົດພະນັກງານຄັ້ງໃຫຍ່ ຜົນກະທົບຈາກອາເມລິກາຕັດງົບສະໜັບສະໜູນ
- kitchen vibe - ອົງການອະນາໄມໂລກປະກາດປົດພະນັກງານຄັ້ງໃຫຍ່ ຜົນກະທົບຈາກອາເມລິກາຕັດງົບສະໜັບສະໜູນ

        ທ່ານ ເທດຣອສ ແອດຮານອມ ເກເບຣເຍຊຸສ ຜູ້ອໍານວຍການອົງການອະນາໄມໂລກ (WHO) ກ່າວວ່າ: ການດໍາເນີນງານ ແລະ ຕໍາແໜ່ງງານຂອງ WHO ຈະຫລຸດລົງ ເນື່ອງຈາກການຕັດເງິນສະໜັບສະໜູນຂອງອາເມລິກາ ເຮັດໃຫ້ໜ່ວຍງານຂາດດຸນງົບປະມານຫລາຍຮ້ອຍລ້ານໂດລາສະຫະລັດ.

         ທ່ານ ເທດຣອສ ກ່າວຕໍ່ປະເທດສະມາຊິກ WHO ວ່າ: ລາຍໄດ້ທີ່ຫລຸດລົງຢ່າງກະທັນຫັນ ເຮັດໃຫ້ໜ່ວຍງານທີ່ຊ່ອງວ່າງເງິນເດືອນທີ່ກວ້າງ ແລະ ບໍ່ມີທາງເລືອກອື່ນ ນອກຈາກຕ້ອງຫລຸດຂະໜາດວຽກ ແລະ ກໍາລັງຄົນ.

- Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກປະກາດປົດພະນັກງານຄັ້ງໃຫຍ່ ຜົນກະທົບຈາກອາເມລິກາຕັດງົບສະໜັບສະໜູນ
- Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກປະກາດປົດພະນັກງານຄັ້ງໃຫຍ່ ຜົນກະທົບຈາກອາເມລິກາຕັດງົບສະໜັບສະໜູນ

        ນອກຈາກນີ້, WHO ກໍາລັງກຽມຮັບມືຕໍ່ແຜນຂອງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ທີ່ຈະນໍາພາອາເມລິກາຖອນຕົວອອກຈາກການເປັນສະມາຊິກ WHO ໃນເດືອນມັງກອນປີໜ້າ.

        ອາເມລິກາເປັນຜູ້ບໍລິຈາກລາຍໃຫຍ່ທີ່ສຸດຂອງ WHO ຈົນຮອດປັດຈຸບັນມອບເງິນ 1,300 ລ້ານໂດລາສະຫະລັດ ໃຫ້ໜ່ວຍງານ ສໍາລັບງົບປະມານປີ 2022-2024 ໂດຍສ່ວນຫລາຍເປັນການບໍລິຈາກໂດຍສະໝັກໃຈສໍາລັບໂຄງການສະເພາະ ບໍ່ແມ່ນຄ່າທໍານຽມການເປັນສະມາຊິກຕາມທີ່ກໍານົດໄວ້.

          ເຖິງຢ່າງໃດກໍຕາມ, ລັດຖະບານວໍຊິງຕັນບໍ່ໄດ້ຈ່າຍຄ່າທໍານຽມປະຈໍາປີ 2024 ແລະ ຄາດວ່າຈະບໍ່ຈ່າຍຄ່າທໍານຽມປະຈໍາປີ 2025 ເຊັ່ນກັນ ສົ່ງຜົນເຮັດໃຫ້ WHO ຕ້ອງກຽມໂຄງສ້າງໃໝ່ ເຊິ່ງທ່ານ ເທດຣອສ ນໍາສະເໜີຕໍ່ເຈົ້າໜ້າທີ່ ແລະ ປະເທດສະມາຊິກ WHO ແລ້ວ.

         ເຖິງວ່າທ່ານ ເທດຣອສ ບໍ່ໄດ້ກ່າວວ່າ: WHO ເຊິ່ງຈ້າງພະນັກງານ 8,000 ກວ່າຄົນທົ່ວໂລກ ຈະສູນເສຍວຽກຈັກຕໍາແໜ່ງ, ແຕ່ທ່ານຍອມຮັບວ່າ: ໜ່ວຍງານຈະຕ້ອງບອກລາ “ເພື່ອນຮ່ວມງານຈໍານວນຫລາຍ” ແລະ ໃຫ້ຄໍາໝັ້ນວ່າ: WHO ຈະດໍາເນີນງານ “ຢ່າງມີມະນຸດສະທໍາ”.

- 4 - ອົງການອະນາໄມໂລກປະກາດປົດພະນັກງານຄັ້ງໃຫຍ່ ຜົນກະທົບຈາກອາເມລິກາຕັດງົບສະໜັບສະໜູນ
- 3 - ອົງການອະນາໄມໂລກປະກາດປົດພະນັກງານຄັ້ງໃຫຍ່ ຜົນກະທົບຈາກອາເມລິກາຕັດງົບສະໜັບສະໜູນ
- 5 - ອົງການອະນາໄມໂລກປະກາດປົດພະນັກງານຄັ້ງໃຫຍ່ ຜົນກະທົບຈາກອາເມລິກາຕັດງົບສະໜັບສະໜູນ