ສ.ເກົາຫລີ ສົ່ງທີມເຈລະຈາກັບລັດຖະບານອາເມລິກາ 24 ເມສານີ້ ຍອມຮັບການເຈລະຈາອາດບໍ່ງ່າຍ

- 111 13 - ສ.ເກົາຫລີ ສົ່ງທີມເຈລະຈາກັບລັດຖະບານອາເມລິກາ 24 ເມສານີ້ ຍອມຮັບການເຈລະຈາອາດບໍ່ງ່າຍ
- kitchen vibe - ສ.ເກົາຫລີ ສົ່ງທີມເຈລະຈາກັບລັດຖະບານອາເມລິກາ 24 ເມສານີ້ ຍອມຮັບການເຈລະຈາອາດບໍ່ງ່າຍ

         ທ່ານ ຮັນດ໊ອກຊູ ຮັກສາການປະທານາທິບໍດີ ສ.ເກົາຫລີ ກ່າວວ່າ: ລັດຖະບານ ສ.ເກົາຫລີ ໄດ້ສົ່ງທີມໄປເຈລະຈາກັບລັດຖະບານອາເມລິກາ ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 24 ເມສານີ້ ຢູ່ນະຄອນຫລວງວໍຊິງຕັນ ຂອງອາເມລິກາ ໂດຍທ່ານ ຮັນດ໊ອກຊູ ຄາດຫວັງວ່າ: ນີ້ຈະເປັນຈຸດເລີ່ມຕົ້ນຂອງການຮ່ວມມືທີ່ມີຄວາມໝາຍ, ແຕ່ຂະນະດຽວກັນກໍຍອມຮັບວ່າ: ການເຈລະຈາຄັ້ງນີ້ອາດບໍ່ງ່າຍແບບທີ່ຄິດ.

         ທ່ານ ຮັນດ໊ອກຊູ ກ່າວອີກວ່າ: ລັດຖະມົນຕີວ່າການກະຊວງການເງິນ ແລະ ອຸດສາຫະກໍາຂອງ ສ.ເກົາຫລີ ຈະພົບກັບທ່ານ ສະກອດ ເບສເຊນ ລັດຖະມົນຕີການເງິນຂອງອາເມລິກາ ແລະ ທ່ານ ເຈມິສັນ ເກຣຍ ຕົວແທນເຈລະຈາການຄ້າ (USTR) ເຊິ່ງທີມເຈລະຈາ ສ.ເກົາຫລີ ພະຍາຍາມຢ່າງເຕັມທີ່ເພື່ອຫາທາງອອກທີ່ເປັນປະໂຫຍດຮ່ວມກັນຜ່ານການຫາລືກັບອາເມລິກາ “ຢ່າງສຸຂຸມ ແລະ ຈິງຈັງ” ໂດຍຢຶດຫລັກການທີ່ໃຫ້ຄວາມສໍາຄັນຕໍ່ “ຜົນປະໂຫຍດຂອງປະເທດ”.

- Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ສົ່ງທີມເຈລະຈາກັບລັດຖະບານອາເມລິກາ 24 ເມສານີ້ ຍອມຮັບການເຈລະຈາອາດບໍ່ງ່າຍ
- Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ສົ່ງທີມເຈລະຈາກັບລັດຖະບານອາເມລິກາ 24 ເມສານີ້ ຍອມຮັບການເຈລະຈາອາດບໍ່ງ່າຍ

         ທ່ານ ຮັນດ໊ອກຊູ ກ່າວລະຫວ່າງກອງປະຊຸມກັບເຈົ້າໜ້າທີ່ລັດຖະບານ ສ.ເກົາຫລີ ດ້ານເສດຖະກິດວ່າ: ຂະບວນການຫາລືກັບອາເມລິກາອາດບໍ່ງ່າຍ ແລະ ທ່ານເນັ້ນໜັກວ່າ: ມີທັງຄວາມຄາດຫວັງ ແລະ ຄວາມກັງວົນເກີດຂຶ້ນພ້ອມກັນ ໂດຍທ່ານ ຮັນດ໊ອກຊູ ກ່າວວ່າ: ການຫາລືຈະເນັ້ນການສ້າງສົມດຸນທາງການຄ້າ, ອຸດສາຫະກໍາຕໍ່ເຮືອ ແລະ ແກັສທໍາມະຊາດເຫລວ (LNG). ເຖິງຢ່າງໃດກໍຕາມ, ທ່ານ ທຣໍາ ເຄີຍກ່າວໄວ້ກ່ອນໜ້ານີ້ວ່າ: ການແບ່ງປັນຄ່າໃຊ້ຈ່າຍດ້ານປ້ອງກັນປະເທດ (Defence Cost-Sharing) ຈະເປັນໜຶ່ງໃນບັນຫາເຈລະຈາກັບ ສ.ເກົາຫລີ ເຊັ່ນດຽວກັນ.

          ທ່ານ ກິມຢອນຈອງ ທີ່ປຶກສານະໂຍບາຍຕ່າງປະເທດຂອງທ່ານ ລີແຈມຢອງ ຜູ້ສະໝັກຊີງຕໍາແໜ່ງປະທານາທິບໍດີ ສ.ເກົາຫລີ ຄົນໃໝ່ ໄດ້ເຕືອນລັດຖະບານຮັກສາການວ່າ: ຢ່າງຟ້າວເຈລະຈາ ຫລື ຍອມອ່ອນຂໍ້ໃຫ້ອາເມລິກາຫລາຍເກີນໄປ ເພາະອາດເປັນໄພຕໍ່ຜົນປະໂຫຍດຂອງປະເທດ.

          ສ.ເກົາຫລີ ກຽມຈັດການເລືອກຕັ້ງປະທານາທິບໍດີໃນວັນທີ 3 ມິຖຸນານີ້ ຫລັງຈາກອະດີດປະທານາທິບໍດີ ຢຸນຊອກຢໍ ຖືກຖອດຖອນອອກຈາກຕໍາແໜ່ງ ເນື່ອງຈາກການປະກາດກົດໄອຍະການເສິກໃນເດືອນທັນວາຜ່ານມາ.

ອ້າງອີງ:

- 4 - ສ.ເກົາຫລີ ສົ່ງທີມເຈລະຈາກັບລັດຖະບານອາເມລິກາ 24 ເມສານີ້ ຍອມຮັບການເຈລະຈາອາດບໍ່ງ່າຍ
- 3 - ສ.ເກົາຫລີ ສົ່ງທີມເຈລະຈາກັບລັດຖະບານອາເມລິກາ 24 ເມສານີ້ ຍອມຮັບການເຈລະຈາອາດບໍ່ງ່າຍ
- 5 - ສ.ເກົາຫລີ ສົ່ງທີມເຈລະຈາກັບລັດຖະບານອາເມລິກາ 24 ເມສານີ້ ຍອມຮັບການເຈລະຈາອາດບໍ່ງ່າຍ