ທ່ານ ທຣໍາ ສົ່ງສັນຍານອາດກັບລໍາສົງຄາມການຄ້າກັບຈີນ ຊີ້ພາສີຈະຫລຸດລົງ ແຕ່ບໍ່ເປັນສູນ


ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ສົ່ງສັນຍານອາດກັບລໍາຈາກທ່າທີແຂງກະດ້າງໃນການເຮັດສົງຄາມການຄ້າກັບຈີນ ໂດຍກ່າວວ່າ: ພາສີນໍາເຂົ້າສິນຄ້າຈາກຈີນໃນອັດຕາສູງຈະ “ຫລຸດລົງ ແຕ່ຈະບໍ່ເປັນສູນ” ເຊິ່ງອາດເປັນຈຸດປ່ຽນສໍາຄັນທ່າມກາງສະພາບຜັນຜວນຂອງຕະຫລາດໂລກ.
ທ່ານ ທຣໍາ ກ່າວເລື່ອງນີ້ລະຫວ່າງຖະແຫລງຂ່າວຢູ່ທໍານຽບຂາວໃນວັນທີ 22 ເມສາ ຫລັງຈາກຫລາຍອາທິດຜ່ານມາ ທັງສອງປະເທດຕອບໂຕ້ກັນດ້ວຍມາດຕະການພາສີແບບ “ຕາຕໍ່ຕາ ຟັນຕໍ່ຟັນ” ຈົນສົ່ງຜົນເຮັດໃຫ້ອັດຕາພາສີສິນຄ້າຈີນທີ່ອາເມລິກາເກັບສູງເຖິງ 145%.
ຄໍາເວົ້າຂອງທ່ານ ທຣໍາ ມີຂຶ້ນບໍ່ດົນຫລັງຈາກລັດຖະມົນຕີການເງິນ ທ່ານ ສະກ໊ອດ ເບສເຊນ ກ່າວໃນກອງປະຊຸມການລົງທຶນທີ່ຈັດໂດຍ JP Morgan Chase ວ່າ: ສົງຄາມການຄ້າລະຫວ່າງຈີນກັບອາເມລິກາເປັນສະຖານະການທີ່ບໍ່ສາມາດດໍາລົງຢູ່ໄດ້ໃນໄລຍະຍາວ ແລະ ທ່ານຄາດວ່າຈະມີການຫລຸດຜ່ອນຄວາມເຄັ່ງຕຶງໃນມໍ່ໆນີ້.
ແຫລ່ງຂ່າວໃກ້ຊິດຢືນຢັນຕໍ່ CNN ວ່າ: ຈຸດມຸ້ງໝາຍຂອງອາເມລິກາໃນການເຈລະຈາກັບຈີນຄັ້ງນີ້ ບໍ່ແມ່ນການຕັດຂາດ ຫລື ແຍກຕົວອອກຈາກກັນຢ່າງເດັດຂາດ, ແຕ່ຄືການ “ປັບສົມດູນ” ການພົວພັນທາງການຄ້າໃໝ່.
ຂ່າວດັ່ງກ່າວສົ່ງຜົນເຮັດໃຫ້ຕະຫລາດຫຸ້ນວໍສະຕຣີດຕອບຮັບໃນທາງບວກ ດັດຊະນີຫລັກທັງສາມຂອງອາເມລິກາເພີ່ມຂຶ້ນເຖິງລະດັບສູງສຸດຂອງວັນ. ຂະນະທີ່ຕະຫລາດອາຊີໂດຍສະເພາະດັດຊະນີຮັ່ງເສັງຂອງຮົງກົງເພີ່ມຂຶ້ນກວ່າ 2% ຕາມມາແມ່ນນິເຄອິຂອງຍີ່ປຸ່ນ ແລະ ໂຄສປີຂອງ ສ.ເກົາຫລີ ທີ່ປິດບວກເຊັ່ນກັນ.
ອ້າງອີງ: