ສະຫະປະຊາຊາດຄາດຄະເນ ເສດຖະກິດໂລກປີໜ້າເຕີບໃຫຍ່ 3%

- jnpt ktTF 621x414 LiveMint - ສະຫະປະຊາຊາດຄາດຄະເນ ເສດຖະກິດໂລກປີໜ້າເຕີບໃຫຍ່ 3%
- kitchen vibe - ສະຫະປະຊາຊາດຄາດຄະເນ ເສດຖະກິດໂລກປີໜ້າເຕີບໃຫຍ່ 3%

ລາຍ​ງານ​ຂອງ UN ຄາດ​ຄະ​ເນ​ການ​ເຕີບ​ໃຫຍ່​ຂອງ​ເສດຖະກິດ​ໂລກ​ໃນ​ປີ 2018 ​ແລະ 2019 ​ໄວ້​ໃນ​ລະດັບ 3% ຖື​ເປັນ​ສະຖິຕິ​ດີ​ທີ່​ສຸດ​ນັບ​ແຕ່​ປີ 2011.

- DQxzrvqUEAAmsBy - ສະຫະປະຊາຊາດຄາດຄະເນ ເສດຖະກິດໂລກປີໜ້າເຕີບໃຫຍ່ 3%

- Visit Laos Visit SALANA BOUTIQUE HOTEL - ສະຫະປະຊາຊາດຄາດຄະເນ ເສດຖະກິດໂລກປີໜ້າເຕີບໃຫຍ່ 3%

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນ​ນິວຢອກ ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 11 ທັນວາ​ວ່າ: ສຳນັກງານ​ເສດຖະກິດ ​ແລະ ກິດຈະການ​ສັງຄົມ​ແຫ່ງ​ສະຫະ​ປະຊາ​ຊາດ ​ເຜີຍ​ແຜ່​ລາຍ​ງານສະຖານະ​ການ​ປັດຈຸບັນ ​ແລະ ຄາດ​ຄະ​ເນ​ເສດຖະກິດ​ໂລກ (WESP) ປະຈຳ​ປີ 2018 ວ່າ: ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ໃຕ້​ຍັງ​ຖື​ເປັນ “ພາກພື້ນທີ່​ມີ​ການ​ຂັບ​ເຄື່ອນ​ທາງ​ເສດຖະກິດ​ຫລາຍ​ທີ່​ສຸດ” ​ເນື່ອງ​ຈາກ​ການ​ຂະຫຍາຍຕົວ​ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ທັງ​ສອງ​ພາກພື້ນມີ​ອັດຕາ​ສ່ວນ​ຄິດ​ເປັນ 2 ​ໃນ 3 ຂອງ​ເສດຖະກິດ​ໂລກ​ໃນ​ປີ​ນີ້ ​ໂດຍ​ເສດຖະກິດ​ຂອງ​ຈີນ ​ເຊິ່ງມີ​ຂະໜາດ​ໃຫຍ່​ເປັນອັນ​ດັບ 2 ຂອງ​ໂລກ ຮອງ​ຈາກ​ອາ​ເມ​ລິ​ກາ ​ແລະ ອັນ​ດັບ 1 ຂອງ​ອາຊີ ມີ​ອັດຕາ​ສ່ວນ​ສູງ​ເຖິງ 1 ​ໃນ 3 ຂອງ​ເສດຖະກິດ​ໂລກ​ໃນ​ປັດຈຸບັນ.

ທັງ​ນີ້, ລາຍ​ງານ​ຂອງ WESP ຄາດ​ຄະ​ເນ​ທິດ​ທາງ​ເສດຖະກິດ​ໂລກ​ເຕີບ​ໃຫຍ່​ຄົງ​ທີ່​ໃນ​ໄລຍະ​ກາງ ຄື​ລະດັບ 3% ທັງ​ໃນ​ປີໜ້າ ​ແລະ ປີ 2019 ຖື​ເປັນ​ສະຖິຕິ​ດີ​ທີ່​ສຸດ​ນັບ​ແຕ່​ປີ 2011 ​ແລະ ດີ​ຂຶ້ນຢ່າງ​ຕໍ່​ເນື່ອງ​ເມື່ອ​ທຽບ​ໃສ່​ສະຖິຕິ​ຂອງ​ປີ 2016 ທີ່ GDP ​ໂລກ​ເຕີບ​ໃຫຍ່​ພຽງ 2,4% ຕາມ​ການ​ວິ​ເຄາະ​ຂອງ WESP ທີ່​ຄາດ​ຄະ​ເນ​ວ່າ​ສະຖານະ​ການ​ທາງ​ເສດຖະກິດ​ຂອງ​ອາກຊັງ​ຕິນ, ບຣາຊິນ, ນີ​ເຊຣີ ​ແລະ ຣັດ​ເຊຍ ຈະ​ຍັງ​ຟື້ນຕົວຢ່າງ​ສະໝໍ່າສະ​ເໝີ​ຈາກ​ສະພາບ​ຫລຸດ​ຖອຍ.

ຂະນະ​ທີ່​ສະຖານະ​ການ​ທາງ​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ ​ເຊິ່ງມີ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ໄດ້​ຮັບ​ການ​ຄາດໝາຍ​ວ່າ​ຈະ​ເຕີບ​ໃຫຍ່​ຢ່າງ​ຄົງ​ທີ່​ໃນ​ລະດັບ 2,1% ທັງ​ໃນ​ປີ 2018 ​ແລະ 2019 ​ແຕ່​ຫລຸດ​ລົງ​ຈາກ​ການ​ຄາດ​ຄະ​ເນ​ຂອງ​ປີ​ນີ້ ​ໂດຍ WESP ​ເຊິ່ງລະບຸ​ໄວ້​ໃນ​ລະດັບ 2,2%. ນອກຈາກ​ນີ້ ລາຍ​ງານ​ຂອງ WESP ຍັງ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ຕາມ​ແນວທາງ​ແຜນ​ພັດທະນາ​ແບບ​ຍືນ​ຍົງ​ລະຫວ່າງ​ປີ 2015-2030 ທີ່​ມີ​ເປົ້າໝາຍ​ການພັດທະນາ​ແບ​ບຍືນ​ຍົງ (SDG) 17 ຂໍ້ ​ເຊິ່ງ​ເປົ້າໝາຍ​ລວມທັງ​ການ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ​ຄວາມ​ອຶດຫິວ ​ເພື່ອ​ຍົກ​ລະດັບຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ.

- 5 - ສະຫະປະຊາຊາດຄາດຄະເນ ເສດຖະກິດໂລກປີໜ້າເຕີບໃຫຍ່ 3%
- 3 - ສະຫະປະຊາຊາດຄາດຄະເນ ເສດຖະກິດໂລກປີໜ້າເຕີບໃຫຍ່ 3%
- 4 - ສະຫະປະຊາຊາດຄາດຄະເນ ເສດຖະກິດໂລກປີໜ້າເຕີບໃຫຍ່ 3%