ອັດຕະປື ອະນຸມັດເອກະຊົນ ສຳປະທານທີ່ດິນ 10 ເຮັກຕາ ສ້າງໂຮງງານຄັດແຍກ, ຫຸ້ມຫໍ່ຜົນຜະລິດເຄື່ອງປ່າຂອງດົງ ໝາກຈອງບານ

- 491960493 1257418643060616 8789179635397431697 n - ອັດຕະປື ອະນຸມັດເອກະຊົນ ສຳປະທານທີ່ດິນ 10 ເຮັກຕາ ສ້າງໂຮງງານຄັດແຍກ, ຫຸ້ມຫໍ່ຜົນຜະລິດເຄື່ອງປ່າຂອງດົງ ໝາກຈອງບານ
- kitchen vibe - ອັດຕະປື ອະນຸມັດເອກະຊົນ ສຳປະທານທີ່ດິນ 10 ເຮັກຕາ ສ້າງໂຮງງານຄັດແຍກ, ຫຸ້ມຫໍ່ຜົນຜະລິດເຄື່ອງປ່າຂອງດົງ ໝາກຈອງບານ

ວັນທີ 24 ເມສາ 2025 ອົງການປົກຄອງແຂວງອັດຕະປື ເຊັນສັນຍາອະນຸມັດບໍລິສັດເອກະຊົນ ສຳປະທານເພື່ອພັດທະນາໂຄງການສ້າງຕັ້ງໂຮງງານຄັດແຍກ, ຫຸ້ມຫໍ່ຜົນຜະລິດເຄື່ອງປ່າຂອງດົງ ໝາກຈອງບານ  ແລະ ຜະລິດກະສິກຳໃນເນື້ອທີ່ 10 ເຮັກຕາ ຢູ່ເຂດອຸດສາຫະກຳ ເມືອງໄຊເສດຖາ ແຂວງອັດຕະປື ເພື່ອຈໍາໜ່າຍພາຍໃນ ແລະ ຕ່າງປະເທດ. ໂດຍການເຂົ້າຮ່ວມ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ມີບັນດາຫົວໜ້າພະແນກການ, ເຈົ້າເມືອງ, ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເຊັນສັນຍາຄັ້ງນີ້ ເພື່ອກຳນົດຂໍ້ຕົກລົງ ແລະ ຄວາມຮ່ວມມືລະຫວ່າງ ອົງການປົກຄອງ ແຂວງອັດຕະປື ກັບບໍລິສັດ ຊຸນຊິງ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໃນການດຳເນີນການພັດທະນາ ໂຄງການກໍ່ສ້າງໂຮງງານ ຄັດແຍກ ຫຸ້ມຫໍ່ຜົນຜະລິດ ເຄື່ອງປ່າຂອງດົງ ໝາກຈອງບານ ແລະ ຜະລິດກະສິກຳ ເພື່ອປະໂຫຍດຮ່ວມກັນ ໃນການຜະລິດບັນຈຸ ແລະ ຈຳໜ່າຍຜະລິດຕະພັນ ທີ່ກ່ຽວຂ້ອງກັບໝາກຈອງບານ ແລະ ກະສິກຳ ທັງນີ້ກໍເພື່ອວາງແນວທາງການດຳເນີນການກໍ່ສ້າງໂຮງງານ ໃຫ້ເປັນໄປຕາມຫລັກການ ທີ່ກົດໝາຍກຳນົດ ແລະ ມາດຕະຖານຄວາມປອດໄພ ແລະ ສິ່ງແວດລ້ອມ, ເພື່ອສົ່ງເສີມການເພີ່ມມູນຄ່າວັດຖຸດິບ ທາງການກະເສດ, ເຄື່ອງປ່າຂອງດົງ ໝາກຈອງບານ ແລະ ກະສິກຳ ໂດຍຜ່ານຂະບວນການຄັດແຍກ ຫຸ້ມຫໍ່ ແລະ ແປຮູບ ພາຍໃນໂຮງງານ ເພື່ອສະໜັບສະໜູນການສ້າງງານ ສ້າງລາຍໄດ້ ແລະ ພັດທະນາເສດຖະກິດ ໃນລະດັບທ້ອງຖິ່ນ. ພ້ອມນີ້, ກໍເພື່ອເປັນພື້ນຖານ ໃນການດຳເນີນງານຮ່ວມກັນ ຢ່າງມີປະສິດທິພາບ ໂປ່ງໃສ ແລະ ສາມາດກວດສອບໄດ້.

- Visit Laos Visit SALANA BOUTIQUE HOTEL - ອັດຕະປື ອະນຸມັດເອກະຊົນ ສຳປະທານທີ່ດິນ 10 ເຮັກຕາ ສ້າງໂຮງງານຄັດແຍກ, ຫຸ້ມຫໍ່ຜົນຜະລິດເຄື່ອງປ່າຂອງດົງ ໝາກຈອງບານ
- 3 - ອັດຕະປື ອະນຸມັດເອກະຊົນ ສຳປະທານທີ່ດິນ 10 ເຮັກຕາ ສ້າງໂຮງງານຄັດແຍກ, ຫຸ້ມຫໍ່ຜົນຜະລິດເຄື່ອງປ່າຂອງດົງ ໝາກຈອງບານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!