ຊົມເຊີຍ: ຫລາຍເສັ້ນທາງເປ່ເພໃນຕົວເມືອງຫລວງໄດ້ຮັບສ້ອມແປງແລ້ວ
ເພື່ອນຜູ້ອ່ານທີ່ຮັກແພງ, ຫລາຍທ່ານກໍຄົງຈະດີໃຈເໝືອນ ກັນ, ພາຍຫລັງໄດ້ເຫັນວ່າ: ໃນປັດ ຈຸບັນເສັ້ນທາງທີ່ເປ່ເພ, ຊຸດໂຊມ ຫລາຍຈຸດໃນນະຄອນຫລວງ ວຽງຈັນ, ອັນເປັນ ອຸປະສັກໃຫ້ແກ່ ການສັນຈອນໄປມາໃນຕົວເມືອງ ຫລວງໃນເມື່ອກ່ອນນັ້ນ, ເຊິ່ງມາ ຮອດປັດຈຸບັນຂະແໜງການກ່ຽວ ຂ້ອງເພິ່ນໄດ້ທະຍອຍກັນປັບປຸງ ປົວແປງແລ້ວຫລາຍບ່ອນດັ່ງພະ ແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງແຈ້ງໃຫ້ຮູ້ວ່າ: ນັບແຕ່ນີ້ເປັນຕົ້ນໄປທຸກໆເສັ້ນທາງທີ່ ເປ່ເພໃນ 4 ຕົວເມືອງໃຈກາງ ນະຄອນຫລວງແມ່ນຈະມີການ ປົວແປງໃຫ້ສຳເລັດ ພາຍຫລັງໄດ້ ຮັບທຶນຈາກກອງທຶນທາງປະທານ 6 ຕື້ກີບ.

+ ເບິ່ງຄືນໂຮງອົບນວດແອບແຝງຫລາຍຢ່າງ
ສິ່ງນີ້ເປັນໜ້າຍ້ອງຍໍຊົມເຊີຍ ອີ່ຫລີ, ເຖິງນະຄອນຫລວງກໍຄື ປະເທດເຮົາຍັງຂາດເຂີນງົບປະ ມານ, ທຶນຮອນຕ່າງໆແຕ່ກໍໄດ້ບິ ແບ່ງເອົາມາປົວແປງສິ່ງເຫິຮ້າຍ ດັ່ງກ່າວໃຫ້ໝົດໄປ, ເພື່ອກອບກູ້ ເອົາໃບໜ້າໃບຕາຂອງນະຄອນ ຫລວງກຽມຄວາມພ້ອມຮອງຮັບ ປີທ່ອງທ່ຽວລາວໃຫ້ມີບັນຍາ ກາດຟົດຟື້ນຍິ່ງຂຶ້ນ. ແຕ່ເຖິງຢ່າງ ໃດຫາງສຽງສັງຄົມກໍຢາກເພິ່ງ ຂະແໜງການກ່ຽວຂ້ອງເອົາໃຈ ໃສ່ຕື່ມໃນການບົວລະບັດ, ປົກປັກ ຮັກສາທາງຫລວງໃນຕົວເມືອງ, ຖ້າພົບເຫັນບ່ອນໃດມີການເປ່ເພ ເລັກໆນ້ອຍໆກໍໃຫ້ເອົາໃຈໃສ່ປົວ ແປງ, ຢ່າປະປ່ອຍໃຫ້ມັນເປ່ເພໄປ ຫລາຍ ຈິ່ງເຮັດ ເຊິ່ງອາດຈະສູນ ເສຍງົບຫລາຍຂຶ້ນ. ເອົາລະກໍ ຫວັງວ່າ ນັບແຕ່ນີ້ເປັນຕົ້ນໄປຂະ ແໜງກ່ຽວຂ້ອງເພິ່ນກໍຈະເຫັນ ຄວາມສຳຄັນຫລາຍ ຕໍ່ການສົ່ງ ເສີມການພັດທະນາຕົວເມືອງໃຫ້ ມີນ້ຳໃສໄຟສະຫວ່າງຫົນທາງ ດີເປັນທີ່ມາຂອງຄວາມສີວິໄລ.