ຈີນປະກາດ ຖ້າອາເມລິກາຢາກເຈລະຈາການຄ້າ ຕ້ອງຍົກເລີກພາສີນໍາເຂົ້າຈີນທັງໝົດ


ຈີນຮຽກຮ້ອງໃຫ້ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ຍົກເລີກມາດຕະການພາສີນໍາເຂົ້າສິນຄ້າຈາກຈີນທັງໝົດ ຖ້າຕ້ອງການສະແດງຄວາມຈິງໃຈໃນການຢຸດສົງຄາມການຄ້າລະຫວ່າງສອງປະເທດ ເຊິ່ງຍັງທະວີຄວາມເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງ.
ເຈົ້າໜ້າທີ່ລັດຖະບານຈີນເປີດເຜີຍວ່າ: ປັດຈຸບັນຍັງບໍ່ມີການເຈລະຈາທາງການຄ້າກັບອາເມລິກາແຕ່ຢ່າງໃດ ເຖິງວ່າລັດຖະບານ ທຣໍາ ຈະສົ່ງສັນຍານກົງກັນຂ້າມ.
ສົງຄາມພາສີລະຫວ່າງສອງມະຫາອໍານາດເສດຖະກິດໃຫຍ່ທີ່ສຸດໃນໂລກຍັງດໍາເນີນຕໍ່ໄປ ໂດຍທ່ານ ທຣໍາ ຈະເກັບພາສີນໍາເຂົ້າສິນຄ້າຈາກຈີນໃນອັດຕາສູງເຖິງ 145%, ຂະນະທີ່ຈີນຕອບໂຕ້ດ້ວຍການຕັ້ງພາສີສິນຄ້າອາເມລິກາໃນອັດຕາ 125% ພ້ອມຄືນເຮືອບິນ Boeing ທີ່ເຄີຍສັ່ງຊື້ກັບໄປໃຫ້ອາເມລິກາ.
ເຖິງວ່າທ່ານ ທຣໍາ ຈະກ່າວກ່ອນໜ້ານີ້ວ່າ: ພາສີນໍາເຂົ້າຈາກຈີນຈະຫລຸດລົງ ແຕ່ຈະບໍ່ເປັນສູນ ເພື່ອສະແດງທ່າທີອ່ອນລົງ, ແຕ່ຈີນຍັງຢືນຢັນຊັດເຈນວ່າ: ອາເມລິກາຕ້ອງການແກ້ໄຂບັນຫາຢ່າງແທ້ຈິງຈະຕ້ອງຢຸດມາດຕະການພາສີນໍາເຂົ້າຈີນທັງໝົດ.
ທ່ານ ເຫີຢ່າຕົງ ໂຄສົກກະຊວງການຄ້າຈີນ ກ່າວວ່າ: ຜູ້ທີ່ສ້າງບັນຫາຕ້ອງເປັນຜູ້ທີ່ແກ້ໄຂ ໂດຍປຽບທຽບວ່າອາເມລິກາເປັນຝ່າຍທີ່ເລີ່ມສ້າງບັນຫາຈຶ່ງຕ້ອງເປັນຝ່າຍແກ້.
ທ່ານ ກົວເຈຍຄຸນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ: ທັງສອງຝ່າຍຍັງບໍ່ມີການຫາລື ຫລື ເຈລະຈາໃດໆກ່ຽວກັບພາສີ ແລະ ຂ່າວທີ່ລາຍງານກົງກັນຂ້າມນັ້ນບໍ່ເປັນຄວາມຈິງ.
ຄໍາກ່າວນີ້ສວນທາງກັບສິ່ງທີ່ທ່ານ ທຣໍາ ເຄີຍລະບຸວ່າ: ການເຈລະຈາລະຫວ່າງຈີນກັບອາເມລິກາກໍາລັງເດີນໜ້າ ໂດຍທ່ານ ສະກອດ ເບສເຊນ ລັດຖະມົນຕີການເງິນຂອງອາເມລິກາ ຍອມຮັບໃນວັນທີ 23 ເມສາວ່າ: ການເຈລະຈາຍັງບໍ່ໄດ້ເລີ່ມຕົ້ນ, ແຕ່ທ່ານກ່າວ່າ: ມີໂອກາດສໍາລັບຂໍ້ຕົກລົງໃຫຍ່ລະຫວ່າງສອງປະເທດ. ທ່ານ ເບສເຊນ ເຄີຍກ່າວໄວ້ກ່ອນໜ້ານີ້ວ່າ: ສົງຄາມການຄ້າທີ່ດໍາເນີນຢູ່ໃນຕອນນີ້ບໍ່ຍືນຍົງ ແລະ ບໍ່ແມ່ນເລື່ອງຕາຫລົກ. ພ້ອມລະບຸວ່າ: ຄາດຫວັງໃຫ້ສະຖານະການຫລຸດຜ່ອນລົງໃນມໍ່ໆນີ້.
ອ້າງອີງ: