ກະຊວງ​ຕ່າງປະ​ເທດ​ເຜີຍ​ແຜ່ກົດໝາຍວ່າ​ດ້ວຍ​ສົນທິສັນຍາ ​ແລະ ສັນຍາ​ສາກົນ

- pm foriegn - ກະຊວງ​ຕ່າງປະ​ເທດ​ເຜີຍ​ແຜ່ກົດໝາຍວ່າ​ດ້ວຍ​ສົນທິສັນຍາ ​ແລະ ສັນຍາ​ສາກົນ
- kitchen vibe - ກະຊວງ​ຕ່າງປະ​ເທດ​ເຜີຍ​ແຜ່ກົດໝາຍວ່າ​ດ້ວຍ​ສົນທິສັນຍາ ​ແລະ ສັນຍາ​ສາກົນ

ໃນ​ວັນ​ທີ 12 ທັນວາ 2017 ກະຊວງ​ການ​ຕ່າງປະ​ເທດ ​ໄດ້ຈັ​ດກອງ​ປະ​ຊຸ​ມ​ເຜີ​ຍ​ແຜ່ ກົດໝາຍວ່າ​ດ້ວຍ ສົນທິ​ສັນຍາ ​ແລະ ສັນຍາສາກົນ ທີ່ສູນ ICTC, ພາຍ​ໃຕ້ການ​ເປັນ​ປະທານ​ຂອງ ​ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ມີ​ຮອງ​ລັດຖະມົນຕີ,​ ຫົວໜ້າກົມ, ພ້ອມດ້ວຍພະນັກງານ​ວິຊາ​ການ​ເຂົ້າຮ່ວມ.​

ກອງ​ປະຊຸມ​ດັ່ງກ່າວ, ​ຈັດ​ຂຶ້ນ​ເພື່ອສ້າງ​ຄວາ​ມຮັບ​ຮູ້ເຂົ້າ​ໃຈ ກ່ຽວກັບ​​ເນື້ອ​ໃນ​ຕົ້ນຕໍ​ຂອງ​ກົ​ດໝາຍດັ່ງກ່າວ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​​ໃນການຈັດ​ຕັ້ງ​ປະຕິບັດຢ່າງມີ​ປະສິດ​ທິ​ຜົ​ນ. ກອງ​ປ​ະຊຸມ ​​ໄດ້​ຮັບ​ຟັງ​ການນໍາສະ​ເໜີຂອງ​ວິທະຍາກອນ​ກົມ​ສົນທິ​ສັນ​ຍາ ​ແລະ ກົດ​ໝາຍ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ມີ​ການ​ແລກປ່ຽນຄວາມ​ຄິດ​​ເຫັນ,​ ສົນທະ​ນາກ່ຽວກັບຫລັກການ​-ລະບຽບການ, ກ່ຽວກັບ​ການ​ສ້າງ​ ​ແລະ ຈັດຕັ້ງ​ປະຕິບັດ​ສົນທິສັນຍາ ​ແລະ ສັນຍາສາກົນ ຊຶ່ງ​ໄດ້ກຳ​ນົດ​ໄວ້​ໃນ​ກົດໝາຍ​ສະບັບ​ດັ່ງ​ກ່າວ, ​ໂດຍ​ສົ​ມທຽບ​ໃສ່​ພາກປະຕິບັດ​ຂອງສາກົນ ​ແລະ ​ຂອງພາຍ​ໃນ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ.

- Visit Laos Visit SALANA BOUTIQUE HOTEL - ກະຊວງ​ຕ່າງປະ​ເທດ​ເຜີຍ​ແຜ່ກົດໝາຍວ່າ​ດ້ວຍ​ສົນທິສັນຍາ ​ແລະ ສັນຍາ​ສາກົນ

ສຳ​ລັບກົດໝາຍດັ່ງກ່າວ, ​​ໄດ້​ຖືກ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝສາ​ມັນ​ເທື່ອທີ່ 3 ຂອງ​ສະ ພາ​ແຫ່ງ​ຊາ​ດ ຊຸ​ດທີ VII ​ໃນວັນ​ທິີ 8 ພຶ​ດສະພາ 2017 ​ແລະ ຖື​ກປະກາດ​​ໃຊ້​ໂດຍ​ປະທານປະ​ເທດ ​ໃນ​ວັນ​ທີ 19 ມິຖຸນາ 2017, ​ໄດ້​ເອົາ​ລົງ​ໃນ​ຈົດໝາຍ​ເຫ​ດທາງ​ລັດຖະການ ​ໃນ​ວັນ​ທີ 02 ພະຈິກ 2017 ຕາມ​ມາ​ດຕາ 80,​ ວັກ​ທີ 1 ຂອງ​ກົດໝາຍວ່າ​ດ້ວຍ​ການ​ສ້າງ​ນິຕິ​ກຳ, ສະ​ບັບ​ເລ​ກທີ 19/ສພຊ, ລົງວັນ​ທີ 18 ພະຈິກ 2017 ​ເປັນ​ຕົ້ນມາ.

 

- 5 - ກະຊວງ​ຕ່າງປະ​ເທດ​ເຜີຍ​ແຜ່ກົດໝາຍວ່າ​ດ້ວຍ​ສົນທິສັນຍາ ​ແລະ ສັນຍາ​ສາກົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!