ແຂວງຫລວງນໍ້າທາ ເລັ່ງປັບປຸມ ແລະ ສ້ອມແປງທາງຫລວງ 4 ເສັ້ນ ລວມ 144 ຕື້ກວ່າກີບ.
April 28, 2025 - 1:40 PM


ຂ່າວສານ ແຂວງຫລວງນໍ້າທາ ລາຍງານວ່າ: ວັນທີ 25 ເມສາ 2025 ແຂວງຫລວງນໍ້າທາ ເຊັນສັນຍາອະນຸມັດໂຄງການສ້ອມແປງທາງຫລວງແຂວງໂຄງການຟື້ນຟູໄພພິບັດ ຕາມຂໍ້ຕົກລົງ ຮັບຮອງເອົາ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ ຜູ້ຊະນະການປະມູນ ແລະເປັນຜູ້ຮັບເໝົາ ເຊິ່ງຈະໃຊ້ເວລາ ກໍ່ສ້າງ 6 ເດືອນ ແບ່ງອອກເປັນ 9 ໂຄງການ ລວມມູນຄ່າ 144 ຕື້ກວ່າກີບ ເປັນເງິນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ລາຍລະອຽດເສັ້ນທາງທີ່ຈະຟື້ນຟູ ແລະ ສ້ອມແປງ ມີ 9 ໂຄງການ
- ທາງເລກທີ 2203 (ແຕ່ບ້ານຊຽງກົກເກົ່າ ຫາ ຂົວນໍ້າຟ້າ ເມືອງລອງ) 1ໂຄງການ
- ທາງເລກທີ 1502 (ແຕ່ເທດສະບານເມືອງສິງ ຫາ ສົບຫຼ້າ) 3 ໂຄງການ
- ທາງເລກທີ 1503 (ແຕ່ເທດສະບານເມືອງລອງ ຫາ ນໍ້າຂົວນ້າມາຍ ເມືອງວຽງພູຄາ) 3 ໂຄງການ
- ທາງເລກທີ 1504 (ແຕ່ເທດສະບານເມືອງລອງ ຫາ ສົບໂຫລຍ) 2 ໂຄງການ
ທີ່ມາ: ຂ່າວສານ ຫລວງນໍ້າທາ