ແອັດສະປາຍ ແລະ ປັອກຕຸຍການ ປະກາດພາວະສຸກເສີນ ຫລັງຈາກໄຟຟ້າດັບຄັ້ງໃຫຍ່ທົ່ວປະເທດ

- 493934079 1018200577160404 7424284139386997980 n - ແອັດສະປາຍ ແລະ ປັອກຕຸຍການ ປະກາດພາວະສຸກເສີນ ຫລັງຈາກໄຟຟ້າດັບຄັ້ງໃຫຍ່ທົ່ວປະເທດ
- kitchen vibe - ແອັດສະປາຍ ແລະ ປັອກຕຸຍການ ປະກາດພາວະສຸກເສີນ ຫລັງຈາກໄຟຟ້າດັບຄັ້ງໃຫຍ່ທົ່ວປະເທດ

ສໍານັກຂ່າວຕ່າງປະເທດລາຍງານວັນທີ 28 ເມສາ 2025 ເກີດເຫດໄຟຟ້າດັບເປັນວົງກວ້າງໃນປະເທດແອັດສະປາຍ ແລະ ປັອກຕຸຍການ ສົ່ງກະທົບຕໍ່ການເດີນທາງຂອງປະຊາຊົນ ລວມທັງສັນຍານອິນເຕີເນັດ ຈົນລັດຖະບານທັງສອງປະເທດຕ້ອງປະກາດພາວະສຸກເສີນ,

ຕາມການລາຍງານຂອງສື່ທ້ອງຖິ່ນລະບຸວ່າ ໄຟດັບຄັ້ງນີ້ຍັງສົ່ງຜົນກະທົບໃນບາງເຂດຂອງ ປະເທດຝຣັ່ງ ແລະ ປະເທດ ອັນດໍຣາ ເຊິ່ງຄາດວ່າໃຊ້ເວລາປະມານ 6-10 ຊົ່ວໂມງໃນການສ້ອມແປງ.

- 493940002 1018200400493755 5551163726796103054 n 1024x536 - ແອັດສະປາຍ ແລະ ປັອກຕຸຍການ ປະກາດພາວະສຸກເສີນ ຫລັງຈາກໄຟຟ້າດັບຄັ້ງໃຫຍ່ທົ່ວປະເທດ

ຫລ້າສຸດ ໃນຄໍ່າຄືນຜ່ານມາ ນາຍົກລັດຖະມົນຕີຂອງປະເທດ ແອັດສະປາຍ ໄດ້ປະກາດວ່າ ປັດຈຸບັນສາມາດຟື້ນຟູລະບົບໄຟຟ້າໄດ້ແລ້ວເກືອບ 50% , ແນວໃດກໍຕາມຍັງບໍ່ສາມາດບອກໄດ້ວ່າສະຖານະການ ຈະກັບຄືນເປັນປົກກະຕິເວລາໃດ.

ເຫດການໄຟຟ້າດັບຄັ້ງໃຫຍ່ນີ້ເລີ່ມມີການລາຍງານແຕ່ຕອນບ່າຍຂອງວັນທີ 28 ເມສາ ແລະ ສົ່ງຜົນກະທົບຢ່າງໄວ ເນື່ອງຈາກປະຊາຊົນຫລາຍລ້ານຄົນບໍ່ມີໄຟຟ້າໃຊ້, ໄຟຈະລາຈອນບໍ່ສາມາດໃຊ້ໄດ້, ລົດໄຟ ແລະ ຖ້ຽວບິນຕ້ອງຢຸດໃຫ້ບໍລິການ ລວມທັງລະບົບສື່ສານຕ່າງໆໄດ້ຮັບຜົນກະທົບ.

- 5 - ແອັດສະປາຍ ແລະ ປັອກຕຸຍການ ປະກາດພາວະສຸກເສີນ ຫລັງຈາກໄຟຟ້າດັບຄັ້ງໃຫຍ່ທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!