ມີ 4 ສາເຫດ ຂອງການຂາດແຄນຄູສອນ ຢູ່ແຂວງອັດຕະປື
May 2, 2025 - 4:34 PM


ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມ ອົງການປົກຄອງແຂວງອັດຕະປື ປະຈໍາງວດ I ປີ 2025 ໃນວັນທີ 28 ເມສາ ຜ່ານມານີ້ວ່າ: 4 ສາເຫດຕົ້ນຕໍ ຂອງການຂາດແຄນຄູສອນ ຢູ່ແຂວງອັດຕະປື ຄື:
- ຍ້ອນ ອາຍຸກະສຽນ ຂອງຄູສອນ ຮອດເງື່ອນໄຂເຂົ້າຮັບອຸດໜູນບໍານານ ເຊິ່ງກວມເອົາ 2% ຕໍ່ປີ,
- ຍ້ອນມີການຍົກຍ້າຍໄປຂະແໜງການອື່ນ,
- ຍ້ອນອັດຕາການສູນເສຍຄູໃນແຕ່ລະປີ ເພີ່ມຂຶ້ນສູງ ແລະ ໂກຕາທີ່ໄດ້ຮັບມີຈໍານວນໜ້ອຍ ເຊິ່ງນັບແຕ່ ປີ 2022-2024 ແຕ່ອັດຕາສູນເສຍແມ່ນ 159 ຄົນ ສ່ວນໂກຕາທີ່ໄດ້ຮັບ ມີພຽງແຕ່ປີລະ 6 ໂກຕາ ລວມແລ້ວໄດ້ພຽງແຕ່ 18 ທຶນ
- ຍ້ອນການເຄື່ອນຍ້າຍຂອງຄູ ຈາກເຂດຫ່າງໄກສອກຫຼີກ ເຂົ້າມາໃນຕົວເມືອງ ເຮັດໃຫ້ຄູໃນເມືອງພຽງພໍ ແຕ່ຄູ ສອນຢູ່ເຂດຫ່າງໄກສອກຫຼີກ ບໍ່ພຽງພໍ.


ສ່ວນວິທີແກ້ໄຂບັນຫາການຂາດຄູສອນ ຂອງທາງພະແນກສຶກສາທິການ ແລະ ກິລາ ແຂວງ ມີຄື:
- ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ມີການສ້າງຕັ້ງກຸ່ມໂຮງຮຽນ ເພື່ອໃຫ້ຄູໃນກຸ່ມໂຮງຮຽນນັ້ນ ແລກປ່ຽນ ແລະ ໄປສິດສອນຊ່ວຍກັນ, ສໍາລັບຊັ້ນມັດທະຍົມສຶກສາ ຜູ້ທີ່ສອນບໍ່ຄົບຕາມຈໍານວນຊົ່ວໂມງສອນທີ່ກໍານົດໄວ້ ແມ່ນໃຫ້ສອນວິຊາອື່ນຕື່ມທີ່ສາມາດສອນໄດ້,
- ໄດ້ມີການຮັບຄູຝຶກຫັດຈາກ ວິທະຍາໄລຄູ ປາກເຊ ມາຝຶກງານໃນໄລຍະ 6 ເດືອນ, ຄູໃໝ່ ແມ່ນບັນຈຸໃນບ່ອນທີ່ຂາດຄູ ໂດຍສະເພາະເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໂຮງຮຽນທີ່ມີການສອນຫ້ອງຄວບ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງໃນແຕ່ລະຊັ້ນ, ສາຍ ແລະ ລາຍວິຊາ,
- ຄວບຄຸມການຍົກຍ້າຍ ລັດຖະກອນຄູ ຢູ່ເຂດຫ່າງໄກສອກຫຼີກ ເຂົ້າສູ່ຕົວເມືອງ ຫຼື ຍົກຍ້າຍເປັນລັດຖະກອນບໍລິຫານ ລວມທັງການຍົກຍ້າຍໄປຂະແໜງການອຶ່ນ,
- ຮັບເອົາຄູ ອາສາຈໍານວນໜຶ່ງ ເພື່ອໄປສອນໃນໂຮງຮຽນທີ່ ມີການສອນຫ້ອງຄວບ 3, ຄວບ 4 ແລະ ເຂດຫາງໄກ.
ການແກ້ໄຂບັນຫາຂາດແຄນຄູສອນ ເພື່ອຫັນໄປເປັນກໍາລັງ ທະຫານແຂວງ ຈະມີ 2 ເງື່ອນໄຂ ຄື:
- ຖ້າເອົາກໍາລັງທະຫານທີ່ຈົບ ມຕ , ມປ ຫຼື ຈົບຫຼັກສູດການທະຫານມາສອນ ຈະພົບຄວາມຫຍຸ້ງຍາກ ເພາະວ່າບໍ່ໄດ້ຜ່ານຫຼັກສູດວິຊາຄູ ເຊັ່ນ: ຄວາມເຂົ້າໃຈກ່ຽວກັບຫຼັກສູດກາ ຮຽນ-ການສອນ, ເທັກນິກການສິດສອນ ຫຼື ວິທີການສົ່ງຄວາມຮູ້ ເພາະວ່າປະຈຸບັນນີ້ເປັນການຮຽນ – ການສອນ ທີ່ໃຊ້ຫຼັກສູດໃໝ່ຂອງກະຊວງສຶກສາ ຂະໜາດຄູອາຈານທີ່ຜ່ານວິຊາຄູຍັງມີຄວາມຫຍຸ້ງຍາກ.
- ຖ້າເອົາພະນັກງານສຶກສາທີ່ຜ່ານຫຼັກສູດວິຊາຄູໄປເຂົ້າໃນໂກຕາລັດຖະກອນຂອງທະຫານແລ້ວໄປສິດສອນ ຕາມໂຮງຮຽນທີ່ຂາດແຄນຄູ ອັນນີ້ແມ່ນມີຄວາມເປັນໄປໄດ້ສູງ.