ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່

ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່ - 494979420 9484199531701853 3163662027067921280 n - ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່
ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່ - kitchen vibe - ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່

ໂດຍ: ຄຳພຸດ

ພໍກ້າວເຂົ້າສູ່ເດືອນຫົກ ມັກຈະໄດ້ຍິນຂ່າວກ່ຽວກັບບຸນບັ້ງໄຟຫຼືບຸນເດືອນຫົກຢູ່ບ້ານນັ້ນ ເມືອງນີ້ອ່າວຖີ່ຂຶ້ນ  ນີ້ກໍຍ້ອນວ່າບຸນເດືອນຫົກ ຫຼື ບຸນບັ້ງໄຟແມ່ນໜຶ່ງໃນຮີດ 12 ຄອງສິບສີ່ຂອງລາວເຮົາທີ່ສືບທອດກັນມາແຕ່ດົນນານ ເປົ້າໝາຍໃຫຍ່ກໍເພື່ອ ຮຽກຟ້າຮ້ອງຝົນ ແລະ ດົນບັນດານໃຫ້ການຜະລິດລະ ດູຝົນໄດ້ຮັບໝາກຮັບຜົນ ແລະ ກໍເປັນກຳລັງໃຈໜຶ່ງໃຫ້ແກ່ຊາວນາກະກຽມເງື່ອນໄຂ ຕ່າງໆເພື່ອການປູກເຂົ້ານາ ປີຂອງເຂົາເຈົ້າໄດ້ດຳເນີນ ໄປດ້ວຍຄວາມສະດວກສະບາຍ, ດິນຟ້າອາກາດເອື້ອອຳນວຍ. ບຸນບັ້ງໄຟໄດ້ຮັບການສືບທອດ ປົກປັກຮັກສາ ແລະເສີມຂະຫຍາຍສິ່ງທີ່ເປັນເອກະລັກທາງດ້ານຮີດຄອງປະເພນີອັນດີງາມຂອງລາວໃຫ້ຄົງຢູ່ຄູ່ກັບຄົນລາວຕະຫຼອດໄປ.

ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່ - Visit Laos Visit SALANA BOUTIQUE HOTEL - ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່

ເມື່ອກ່ອນ ພໍຮອດບຸນບັ້ງໄຟບ້ານໃດ ຄວາມມ່ວນຊື່ນເຮຮາ ກໍມັກຈະເກີດຂຶ້ນມາ ມີການຄົບງັນ, ແຫ່ບັ້ງໄຟ ແລະ ແຂ່ງຂັນນກັນຈຸດຢ່າງມ່ວນຊື່ນ ເຊິ່ງທັງໝົດນັ້ນ ລ້ວນແລ້ວແຕ່ເພື່ອເປັນການຮັກສາຮີດຄອງປະເພນີອັນດີງາມ. ແຕ່ກໍມີຫລາຍຢ່າງທີ່ມາຮອດຍຸກປັດຈຸບັນ ການແຫ່ການເຊີ້ງທີ່ມີລັກສະນະລໍ່ແຫຼມສຽດສີເພດກົງກົນຂ້າມ, ສຽດສີອຳນາດການປົກຄອງ, ການປະດັບປະດາເອ້ຢ້ອງທີ່ບໍ່ເໝາະສົມ.

ບາງບ່ອນໄດ້ຫຼຸດຜ່ອນຈຳນວນບັ້ງໄຟໃຫ້ໜ້ອຍລົງ ຂະໜາດບັ້ງໄຟກໍ່ນ້ອຍລົງ ບາງບ່ອນກໍຈູດພໍເປັນພິທີເພື່ອຖວາຍບູຊາຂໍຟ້າຂໍຝົນໃຫ້ຕົກຖືກຕ້ອງຕາມລະດູການ ແລະອື່ນໆ, ແຕ່ສິ່ງທີ່ປະບໍ່ໄດ້ກໍແມ່ນບັ້ງໄຟໃຜບໍ່ຂຶ້ນຫາມຜູ້ນັ້ນລົງໜອງ ຄວາມເບີກບານມ່ວນຊື່ນທີ່ເປັນເອກະລັກຂອງບຸນບັ້ງໄຟເດືອນຫົກຍັງຮັກສາໄວ້ຢ່າງຍາວນານ.

ແຕ່ບາງພື້ນທີ່ຍັງສວຍໃຊ້ໂອກາດເອົາບຸນບັ້ງໄຟມາສ້າງແອບແຝງໄປຫລາຍຢ່າງທີ່ບໍ່ປອດໄພສຳລັບງານດັ່ງກ່າວ ຄື: ໜຶ່ງມີການຊ່ວງເສັງກັນ ເຮັດບັ້ງໄຟຂະໜາດໃຫຍ່ຂຶ້ນເລື້ອຍໆ ຢ່າງບໍ່ມີການຄວບ ຄຸມຄືບັ້ງໄຟໝື່ນ, ບັ້ງໄຟແສນ ແລ້ວກາຍເປັນບັ້ງໄຟລ້ານ ຫລື ຫລາຍສິບລ້ານ, ບໍ່ມີການກຳນົດຂອບເຂດຜູ້ເຂົ້າຊົມ, ບໍ່ມີສິ່ງກັ້ນເພື່ອຄວາມອັນຕະລາຍ ແລະ ບັນຫາອື່ນໆ. ຈາກບັນຫາດັ່ງກ່າວ ກໍເກີດມີກໍລະນີບັ້ງໄຟລະເບີດຂຶ້ນ ບາງຄັ້ງ ກໍເຈີດລົງໄປຕາມດິນ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ ຫລື ອາດໂຊກບໍ່ດີ ອາດຈະສົ່ງຜົນເສຍຫາຍ ເຊິ່ງບັນຫານີ້ເຄີຍເກີດຂຶ້ນມາແລ້ວ.

ນອກນນີ້ຍັງມີຂະບວນການພະນັນບັ້ງໄຟ ບ້ານນັ້ນເມືອງນີ້, ຂອງຜູ້ນັ້ນນາຍນີ້ ກໍມີຍາດຊີງກັນຈູດ, ກູກ່ອນ, ມຶງຫລັງ ແລະ ອື່ນໆ ຈົນເຖິງຂັ້ນລົງໄມ້ລົງມື ກັນກໍມີ ດັ່ງພວກເຮົາເຄີຍເຫັນ, ແທນທີ່ຈະໄດ້ຄວາມສາມັກ ຄີຮັກແພງລະຫວ່າງບ້ານໃຕ້ບ້ານເໜືອ, ແຕ່ໃນທີ່ສຸດກໍຈົນບໍ່ຢາກເບິ່ງໜ້າກັນ, ອັນຕໍ່ມາ ກໍແມ່ນເລື່ອງເຫລົ້າເລື່ອງເບຍ ກິນດື່ມສິ່ງມຶນເມົາຢ່າງບໍ່ມີຂອບເຂດ, ສົ່ງຜົນໃຫ້ຂາດຄວາມສະຫງົບ, ບັນຫາອຸປະຕິເຫດຍ້ອນນ້ຳເມົາ, ຜົວເມຍຜິດຖຽງກັນກໍຍ້ອນນ້ຳເມົາ, ເກີດອາລະວາດຕີກັນໃນງານກໍຍ້ອນນຳເມົາ ຄືດັ່ງທີ່ເກີດຂຶ້ນຢູ່ບ້ານນາໂນ ເມືອງຟຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 19 ພຶດສະພາ ຜ່ານມານີ້ ແລະ ພ້ອມນັ້ນກໍແມ່ນຂາເຊີ້ງ, ຂາເຊຍເບິ່ງເລິກ ເຂົ້າໄປຄືເວົ້າເຮິເວົ້າຮ້າຍເກີນໄປ, ເຊິ່ງບໍ່ສອດຄ່ອງ ປານໃດກັບວັດທະນະທຳອັນ ດີງາມຂອງຊາດ ແລະ ການສົ່ງເສີມການທ່ອງທ່ຽວໃຫ້ ເປັນສິ່ງຈັບອົກຈັບໃຈຂອງຜູ້ມາທ່ຽວຊົມ.

ເອົາລະ ເວົ້າມາກໍຫລາຍ ດັ່ງນັ້ນ ພວກເຮົາ ຈົ່ງພ້ອມກັນມາຄົ້ນຄິດຕື່ມ ເພື່ອເຮັດແນວໃດໃຫ້ງານບຸນ ບັ້ງໄຟບ້ານເຮົາມີຄວາມປອດໄພ ແລະ ເປັນງານປະເພນີອັນ ດີງາມຂອງບ້ານເມືອງເຮົາ ຢ່າງແທ້ຈິງ, ເອົາໃຈໃສ່ກຳຈັດປັດເປົ່າສິ່ງບໍ່ດີ ແລະ ຫັນມາສົ່ງເສີມອັນດີນັ້ນໃຫ້ຍອດຍິ່ງຂຶ້ນຕື່ມ ເໝາະສົມແກ່ຍຸກສະໄໝ.

ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່ - 3 - ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!