ກົມເຕັກນິກເຫຼົ່າຮົບມອບ ລົດຫຸ້ມເກາະ 6 ຄັນໃຫ້ກົມລົດຕັ້ງ-ຍານເກາະ ເປັນຜູ້ຄຸ້ມຄອງ

ນັງສືພິມກອທັບລາຍງານວ່າ: ວັນທີ 2 ພຶດສະພາ 2025 ນີ້ ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງພິທີ ມອບ-ຮັບ ລົດຫຸ້ມເກາະ ຈຳນວນ 6 ຄັນ ໃຫ້ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ຫຼັງຈາກບົວລະບັດ, ສ້ອມແປງປ່ຽນຖ່າຍສຳເລັດ ມອບໂດຍສະຫາຍ ພັນເອກ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ ແລະ ສະຫາຍ ພັນເອກ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກາະ.
ສະຫາຍ ພັນຕີ ວິໄລພອນ ແສງຄໍາຍອງ ຮອງພະແນກເຕັກນິກລົດຕັງ-ຍານເກາະ ຜູ້ຮັບຜິດຊອບການບົວລະບັດສ້ອມແປງລົດຫຸ້ມເກາະ ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານ ບົວລະບັດສ້ອມແປງລົດຫຸ້ມເກາະໃນແຕ່ລະໄລຍະເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຍຸ້ງຍາກແຕ່ດ້ວຍຄວາມເອົາໃຈໃສ່ໃກ້ຊິດຕິດແທດ ແລະ ການຊີ້ນຳຈາກຂັ້ນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານສຳເລັດຕາມຄາດໝາຍ
ໃນການຈັດຕັ້ງມອບ-ຮັບລົດຄັ້ງນີ້ແມ່ນ ອີງຕາມ ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຖອນລົດຫຸ້ມເກາະທີ່ເປ່ເພຢູ່ບັນດາກົມກອງ, ກອງບັນຊາການທະຫານແຂວງ, ອີງຕາມການບົວລະບັດສ້ອມແປງ ປ່ຽນຖ່າຍ ແລະ ແລ່ນທົດລອງໄລຍະທາງ 100km ລົດຫຸ້ມເກາະ ຈຳນວນ 6 ຄັນໃຊ້ເວລາແລ່ນທົດລອງ ຈໍານວນ 2 ໄລຍະເຫັນວ່າໄດ້ຮັບຜົນດີ ແລະ ສາມາດສູ້ຮົບໄດ້, ດັ່ງນັ້ນຈຶ່ງໄດ້ມອບລົດຫຸ້ມເກາະຈຳນວນ 6 ຄັນ ໃຫ້ກົມລົດຕັງ-ຍານເກາະ ເປັນຜູ້ນໍາໃຊ້ເກັບມ້ຽນຮັກສາ, ເຂົ້າປະຈຳການກຽມພ້ອມສູ້ຮົບ ແລະ ນຳໃຊ້ຮໍ່າຮຽນຫັດແອບ.
ທີ່ມາ: Lao people’s Army News