ອິນເດຍຍິງລູກສອນໄຟໃສ່ປາກິດສະຖານ ອິດສະລາມາບັດຍິງປືນໃຫຍ່ຕອບໂຕ້ກັບ

- 111 4 - ອິນເດຍຍິງລູກສອນໄຟໃສ່ປາກິດສະຖານ ອິດສະລາມາບັດຍິງປືນໃຫຍ່ຕອບໂຕ້ກັບ
- kitchen vibe - ອິນເດຍຍິງລູກສອນໄຟໃສ່ປາກິດສະຖານ ອິດສະລາມາບັດຍິງປືນໃຫຍ່ຕອບໂຕ້ກັບ

          ອິນເດຍຍິງລູກສອນໄຟໂຈມຕີດິນແດນຫລາຍແຫ່ງຢູ່ປາກິດສະຖານ ລວມທັງພື້ນທີ່ຂັດແຍ່ງຢູ່ແຄຊາເມຍ, ສ່ວນປາກິດສະຖານຕອບໂຕ້ດ້ວຍການຍິງປືນໃຫຍ່ ຖືເປັນການຍົກລະດັບສະຖານະການຄວາມຂັດແຍ່ງຮຸນແຮງຂຶ້ນ ລະຫວ່າງສອງມະຫາອໍານາດໃນອາຊີໃຕ້.

        ກອງທັບອິນເດຍອອກຖະແຫລງການວ່າ: ມີການຍິງລູກສອນໄຟໂຈມຕີເປົ້າໝາຍ 9 ແຫ່ງຢູ່ປາກິດສະຖານ ລວມທັງພາກພື້ນ, ອາຊາດ, ຊໍາມູ ແລະ ພັກສະມີ ເຊິ່ງເປັນພາກພື້ນແຄຊາເມຍພາຍໃໃຕ້ການປົກຄອງຂອງປາກິດສະຖານ ແລະ ພື້ນທີ່ບາງສ່ວນຂອງແຄວ້ນປັນຈາບ ເຊິ່ງມີປະຊາກອນຫລາຍທີ່ສຸດໃນປາກິດສະຖານ.

- Visit Laos Visit SALANA BOUTIQUE HOTEL - ອິນເດຍຍິງລູກສອນໄຟໃສ່ປາກິດສະຖານ ອິດສະລາມາບັດຍິງປືນໃຫຍ່ຕອບໂຕ້ກັບ

         ກອງທັບປາກິດສະຖານກ່າວວ່າ: ເຫດການດັ່ງກ່າວສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 35 ຄົນ ໂດຍໃນຈໍານວນຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບມີເດັກນ້ອຍລວມຢູ່ນໍາ.

       ຂະນະທີ່ນາຍົກລັດຖະມົນຕີ ນາວາ ຊາຣີບ ຜູ້ນໍາປາກິດສະຖານ ກ່າວວ່າ: ປາກິດສະຖານຈະບໍ່ຖິ້ມໄລຍະໄວ້ດົນ ເພື່ອຕອບໂຕ້ການຄຸກຄາມ ແລະ ຄວາມດື້ດ້ານຂອງອິນເດຍ, ພ້ອມປະນາມນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ເຈດຕະນາເປັນຝ່າຍເລີ່ມການໂຕມຕີ ເພື່ອຮຽກຮ້ອງຄະແນນນິຍົມພາຍໃນປະເທດ.

         ຕໍ່ມາ, ກອງທັບອິນເດຍລາຍງານວ່າ: ກອງທັບປາກິດສະຖານເປັນຝ່າຍລະເມີດຂໍ້ຕົກລົງຢຸດຍິງ ດ້ວຍການຍິງປືນໃຫຍ່ຂ້າມເສັ້ນຄວບຄຸມ (LOC) ໃນພາກພື້ນແຄຊາເມຍ ເຊິ່ງລັດຖະບານນິວເດລີຢືນຢັນວ່າ: ຈະມີການຕອບສະໜອງຕໍ່ເລື່ອງນີ້ຕາມຄວາມເໝາະສົມ ພາຍຫລັງມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນຈາກເຫດການນີ້.

           ທັງນີ້, ການພົວພັນລະຫວ່າງອິນເດຍກັບປາກິດສະຖານຫລຸດລົງເຖິງຂີດສຸດໃນຮອບຫລາຍປີ ພາຍຫລັງເກີດເຫດກຸ່ມຕິດອາວຸດກວາດຍິງກຸ່ມນັກທ່ອງທ່ຽວ ຢູ່ເມືອງພາຮາລແກນ ໃນລັດຊໍາມູ ແລະ ພັກສະມີ ຫລື ພາກພື້ນແຄຊາເມຍ ພາຍໃຕ້ອະທິປະໄຕຂອງອິນເດຍ ໃນວັນທີ 22 ເມສາຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນ.

- 4 - ອິນເດຍຍິງລູກສອນໄຟໃສ່ປາກິດສະຖານ ອິດສະລາມາບັດຍິງປືນໃຫຍ່ຕອບໂຕ້ກັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!