ເຊລຊີ ທີມອັນດັບໜຶ່ງເໜືອ ແມນເຊັສຕີ ຈະໄດ້ ຊານໂດຣ ໄປຄອງຕົ້ນປີໜ້າ
ເຊລຊີ ອາດເປັນໄປໄດ້ສູງກວ່າ ແມນເຊັສເຕີ ຢູໄນເຕັດ ທີ່ຈະຄວ້າຕົວ ອາເລັກ ຊານໂດຣ ແບັກຊາວບຣາຊິນຂອງ ຢູເວນຕຸສ ມາຮ່ວມທີມໃນຕະຫລາດນັກເຕະປີໜ້າ, ຄາດວ່າ ອັນໂຕນິໂອ ຄອນເຕ້ ຜູ້ຈັດການທີມ ເຊລຊີ ຢາກໄດ້ແບັກຊ້າຍມາເປັນສ່ວນເສີມຂອງ ມາຣກອສ ອາລອນໂຊ ຟູລແບັກຊາວສະເປນ.
ເດິ ຊັນ ສື່ຊື່ດັງຂອງປະເທດອັງກິດ ລາຍງານຂ່າວວ່າ: ທີມເຊລຊີ ແຫ່ງພຣີເມຍລີກ ອັງກິດ ອາດເປັນໄປໄດ້ສູງທີ່ຈະຄວ້າ ອາເລັກ ຊານໂດຣ ແບັກຊ້າຍຕົວເກັ່ງຂອງ ຢູເວນຕຸສ ມາສີມແຜງຟູລແບັກໃນໄລຍະຕະຫລາດຊື້-ຂາຍນັກເຕະເດືອນມັງກອນປີໜ້າ.
ເຊລຊີ ຕົກເປັນຂ່າວພະຍາຍາມໄລ່ລ່າຄວ້າຕົວຟູລແບັກບຣາຊິນ ອາຍຸ 26 ປີ ມາຮ່ວມທີມຕະຫລອດໜ້າຮ້ອນຜ່ານມາ, ແຕ່ ຢູເວນຕຸສ ບໍ່ຢາກຂາຍ ແລະ ຕັ້ງຄ່າຕົວສູງເຖິງ 80 ລ້ານປອນ ເຮັດໃຫ້ການຍ້າຍທີມບໍ່ເກີດຂຶ້ນ.
ເຖິງຢ່າງໃດກໍຕາມ, ເບິ່ງຄືວ່າ ອັນໂຕນິໂອ ຄອນເຕ້ ຜູ້ຈັດການທີມຊາວອີຕາລີ ຍັງຕ້ອງການແບັກຊ້າຍລະດັບຊັ້ນນຳມາຊ່ວຍງານ ມາຣກອສ ອາລອນໂຊ ແບັກສະແປນິສ ທີ່ຫລິ້ນໄປ 22 ນັດລວມທຸກລາຍການ. ຂະນະທີ່ ແມນເຊັສເຕີ ຢູໄນເຕັດ ກໍວາງ ຊານໂດຣ ເປັນເປົ້າໝາຍເສີມທັບເຊັ່ນກັນ ເພາະ ໂຊເຊ ມູຣິນໂຢ ຜູ້ຈັດການທີມໂປຣຕຸເກສ ເບິ່ງຫາຕົວເລືອກຮອງຈາກ ແດນນີ ໂຣສ ຟູລແບັກ ທອດແນມ ຮອດສະເປີ ແຕ່ແຫລ່ງຂ່າວຈາກ ເດິ ຊັນ ອ້າງວ່າ ເຊລຊີ ເປັນທີມອັນດັບໜຶ່ງທີ່ຈະໄດ້ຕົວນັກເຕະໄປຄອງ.