ທ່ານ ສີຈິ້ນຜິງ ຢ້ຽມຢາມຣັດເຊຍພົບປະກັບທ່ານ ປູຕິນ ຫາລືຮັດແໜ້ນການພົວພັນ

- 111 5 - ທ່ານ ສີຈິ້ນຜິງ ຢ້ຽມຢາມຣັດເຊຍພົບປະກັບທ່ານ ປູຕິນ ຫາລືຮັດແໜ້ນການພົວພັນ
- kitchen vibe - ທ່ານ ສີຈິ້ນຜິງ ຢ້ຽມຢາມຣັດເຊຍພົບປະກັບທ່ານ ປູຕິນ ຫາລືຮັດແໜ້ນການພົວພັນ

        ວັນທີ 8 ພຶດສະພາ, ທ່ານ ສີຈິ້ນຜິງ ປະທານປະເທດຂອງຈີນ ເດີນທາງເຖິງນະຄອນຫລວງມົດສະກູ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງວັນແຫ່ງໄຊຊະນະ ຄົບຮອບ 80 ປີ ທີ່ສະຫະພາບໂຊຫວຽດເອົາຊະນະເຢຍລະມັນໃນສົງຄາມໂລກຄັ້ງທີ 2 ໂດຍໄດ້ເຂົ້າພົບປະຫາລືກັບທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຢູ່ທໍານຽເກຣມລິນ ກ່ອນວັນຈັດຂະບວນ Victory Day ຢູ່ສະໜາມແດງ ໃນວັນທີ 9 ພຶດສະພານີ້.

        ການພົວພັນລະຫວ່າງ ຈີນ-ຣັດເຊຍ ແໜ້ນແຟ້ນຢ່າງຊັດເຈນໃນຄັ້ງນີ້, ທ່ານ ສີຈິ້ນຜິງ ລະບຸວ່າ: ທ່າມກາງການປ່ຽນແປງທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນເວທີໂລກ, ຈີນ ແລະ ຣັດເຊຍ ຍັງຮັກສາຄວາມໄວ້ວາງໃຈທາງການເມືອງຢ່າງເລິກເຊິ່ງ, ປະສານການຮ່ວມມືທາງຍຸດທະສາດຢ່າງໃກ້ຊິດ ແລະ ດໍາລົງບົດບາດສໍາຄັນໃນການຮັກສາສະຖຽນລະພາບຂອງໂລກທີ່ກໍາລັງຜັນຜວນ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ສີຈິ້ນຜິງ ຢ້ຽມຢາມຣັດເຊຍພົບປະກັບທ່ານ ປູຕິນ ຫາລືຮັດແໜ້ນການພົວພັນ
- Visit Laos Visit SALANA BOUTIQUE HOTEL - ທ່ານ ສີຈິ້ນຜິງ ຢ້ຽມຢາມຣັດເຊຍພົບປະກັບທ່ານ ປູຕິນ ຫາລືຮັດແໜ້ນການພົວພັນ

          ສ່ວນປະທານາທິບໍດີ ປູຕິນ ກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມຍົກຍ້ອງມິດຕະພາບລະຫວ່າງສອງປະເທດວ່າເປັນ “ພີ່ນ້ອງຮ່ວມຮົບ” ທີ່ບໍ່ພຽງມີຄຸນຄ່າໃນທາງປະຫວັດສາດ ແຕ່ຍັງສົ່ງຜົນທາງຍຸດທະສາດທີ່ເປັນປະໂຫຍດຕໍ່ປະຊາຊົນຂອງທັງສອງປະເທດ ໂດຍບໍ່ໄດ້ມີເປົ້າໝາຍຕໍ່ຕ້ານປະເທດໃດ.

            ທັງສອງຜູ້ນໍາຢືນຢັນການເພີ່ມພະລັງພັນທະມິດໃນຫລາຍມິຕິ ຈາກການຫາລືຄັ້ງນີ້ ຈີນ ແລະ ຣັດເຊຍ ໄດ້ເຈລະຈາກັນໃນຫລາຍບັນຫາ ທັງການຄ້າ, ການຈັດຫາພະລັງງານ, ການຮ່ວມມືໃນຂອບ BRICS ແລະ ການຈັດລະບຽບໂລກໃໝ່ໃນຍຸກທີ່ຕາເວັນຕົກເລີ່ມສູນເສຍອິດທິພົນ.

        ນອກຈາກນີ້, ຜູ້ນໍາທັງສອງຍັງສະແດງຈຸດຢືນຮ່ວມກັນໃນການຕໍ່ຕ້ານ “ລັດທິນາຊີໃໝ່” ໂດຍເຊື່ອມໂຍງເຫດການໃນສົງຄາມໂລກຄັ້ງທີສອງເຂົ້າກັບຄວາມທ້າທາຍທາງພູມສາດໃນຍຸກປັດຈຸບັນ ໂດຍສະເພາະສົງຄາມຢູ່ອູແກຣນ ເຊິ່ງທັງສອງປະເທດເຫັນພ້ອມໃນການໃຊ້ປະຫວັດສາດເປັນບົດຮຽນເພື່ອຕໍ່ຕ້ານການແບ່ງຝ່າຍ ແລະ ອໍານາດຝ່າຍດຽວ.

           ການຢ້ຽມຢາມຄັ້ງນີ້ຍັງຖືເປັນພາບສະທ້ອນຂອງໂລກທີ່ກໍາລັງປ່ຽນແປງ, ໃນຂະນະທີ່ຕາເວັນຕົກພະຍາຍາມໂດດດ່ຽວຣັດເຊຍ. ບັນດາຜູ້ນໍາໂລກກວ່າ 25 ປະເທດຍັງຕອບຮັບຄໍາເຊີນຮ່ວມງານພິທີເດີນຂະບວນວັນແຫ່ງໄຊຊະນ ໂດຍທ່ານ ສີຈິ້ນຜິງ ຖືເປັນແຂກຜູ້ມີກຽດຄົນສໍາຄັນໃນລະດັບພັນທະມິດ.

        ການພົບປະລະຫວ່າງ ຈີນ ແລະ ຣັດເຊຍ ໃນເວລານີ້ ຈຶ່ງບໍ່ພຽງແຕ່ສະທ້ອນສາຍສໍາພັນທີ່ໝັ້ນຄົງ, ແຕ່ຍັງສົ່ງສັນຍານເຖິງການລວມພະລັງເພື່ອຂັບເຄື່ອນລະບຽບໂລກແບບພະຫຸຂົ້ວທີ່ເປີດກວ້າງຕໍ່ແນວທາງທາງເລືອກອື່ນໆນອກຈາກໂລກຕາເວັນຕົກ.

ອ້າງອີງ:

- 3 - ທ່ານ ສີຈິ້ນຜິງ ຢ້ຽມຢາມຣັດເຊຍພົບປະກັບທ່ານ ປູຕິນ ຫາລືຮັດແໜ້ນການພົວພັນ
- 4 - ທ່ານ ສີຈິ້ນຜິງ ຢ້ຽມຢາມຣັດເຊຍພົບປະກັບທ່ານ ປູຕິນ ຫາລືຮັດແໜ້ນການພົວພັນ
- 5 - ທ່ານ ສີຈິ້ນຜິງ ຢ້ຽມຢາມຣັດເຊຍພົບປະກັບທ່ານ ປູຕິນ ຫາລືຮັດແໜ້ນການພົວພັນ