ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈໍາຕົວ ໄລຍະທີ 1

ກົມສື່ມວນຊົນ ກະຊວງ ປກສ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ນີ້ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປິດ ແລະ ມອບ-ຮັບ ໂຄງການຄຸ້ມຄອງພົນລະເມືອງລາວ, ລະບົບບັດປະຈໍາຕົວ ໄລຍະທີ 1, ໂດຍການເຂົ້າຮ່ວມ ຂອງ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ, ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ພ້ອມພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈໍາຕົວ ໄລຍະທີ 1 ນໍາໃຊ້ງົບປະມານເງິນກູ້ຈາກລັດຖະບານຮົງກາຣີ 25 ລ້ານໂດລາສະຫະລັດ ມາພັດທະນາຍົກລະດັບການຄຸ້ມຄອງວຽກງານສຳມະໂນຄົວ ແລະ ບັດປະຈຳຕົວ ຢູ່ ສປປ ລາວ ໃຫ້ມີຄວາມກ້າວໜ້າທັນສະໄໝ. ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017 ໂດຍກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຫົວໜ່ວຍຈັດຕັ້ງປະຕິບັດໂຄງ ການ ໂດຍຮ່ວມກັບ ບໍລິສັດ ພອນຊີສເຕັມ.
ນອກຈາກເປັນການພັດທະນາລະບົບຄຸ້ມຄອງພົນລະເມືອງລາວໃຫ້ມີຄວາມທັນສະໄໝ, ເກັບກຳຂໍ້ມູນຂອງພົນລະເມືອງໄດ້ທົ່ວປະເທດຢ່າງເປັນລະບົບແລ້ວ ຖານຂໍ້ມູນເອງກໍ່ມີຄວາມປອດໄພ ຮັບປະກັນໃຫ້ແກ່ວຽກງານການເກັບກຳຂໍ້ມູນຍາວນານ ແລະ ລະບົບຊັອບແວຣຮອບດ້ານເຊັ່ນ: ຊັອບແວຣສໍາມະໂນຄົວ, ບັດປະຈໍາຕົວ ແລະ ອາຊີບ-ພາຫານະພິເສດ ເຊິ່ງຈະຊ່ວຍໃຫ້ເຈົ້າໜ້າທີ່ສາມາດຄຸ້ມຄອງບັນດາໜ້າວຽກງານວິຊາສະເພາະ ໄດ້ຢ່າງມີປະສິດທິພາບ. ນອກຈາກນີ້, ການພັດທະນາລະບົບຄຸ້ມຄອງພົນລະເມືອງລາວ ຍັງມີລັກສະນະຮອງຮັບການເຊື່ອມໂຍງເຊື່ອມຕໍ່ກັບບັນດາພາກສ່ວນຕ່າງໆ ສາມາດນຳໄປພັດທະນາຕໍ່ຍອດໃຫ້ລະບົບມີຄວາມກ້າວໜ້າຂື້ນຕື່ມ ໃນອະນາຄົດ.
ທີ່ມາ: ໜັງສືພິມ ຄວາມສະຫງົບ