ເຈົ້າໜ້າທີ່ອາເມລິກາກ່າວ ເຮືອບິນຮົບປາກິດສະຖານທີ່ຜະລິດຢູ່ຈີນຍິງເຮືອບິນຮົບອິນເດຍຕົກ 2 ລໍາ

ສໍານັກຂ່າວ Reuters ລາຍງານຂໍ້ມູນຈາກເຈົ້າໜ້າທີ່ຂອງອາເມລິກາວ່າ: ເຮືອບິນຂັບໄລ່ຂອງປາກິດສະຖານທີ່ຜະລິດຢູ່ຈີນ ໄດ້ຍິງເຮືອບິນຂັບໄລ່ຂອງອິນເດຍຕົກຢ່າງໜ້ອຍ 2 ລໍາ ໃນເຫດການທີ່ອິນເດຍເລີ່ມໂຈມຕີທາງອາກາດໃສ່ປາກິດສະຖານ ແລະ ແຄວ້ນແຄຊາເມຍໃນການປົກຄອງຂອງປາກິດສະຖານໃນວັນທີ 7 ພຶດສະພາຜ່ານມາ.
ເຈົ້າໜ້າທີ່ອາເມລິກາທ່ານໜຶ່ງເຊິ່ງຂໍບໍ່ເປີດເຜີຍຊື່ ກ່າວວ່າ: ທ່ານມີຄວາມເຊື່ອໝັ້ນສູງວ່າປາກິດສະຖານໃຊ້ເຮືອບິນຂັບໄລ່ J-10 ທີ່ຜະລິດຢູ່ຈີນ ໃນການຍິງລູກສອນໄຟອາກາດສູ່ອາກາດໂຈມຕີເຮືອບິນຂັບໄລ່ຂອງອິນເດຍຢ່າງໜ້ອຍ 2 ລໍາ.
ຂະນະທີ່ເຈົ້າໜ້າທີ່ອີກທ່ານໜຶ່ງ ລະບຸວ່າ: ເຮືອບິນຂັບໄລ່ຂອງອິນເດຍຢ່າງໜ້ອຍ 1 ລໍາທີ່ຖືກຍິງຕົກເປັນເຮືອບິນຂັບໄລ່ Rafale ທີ່ຜະລິດຢູ່ຝຣັ່ງ.
ເຈົ້າໜ້າທີ່ທັງສອງທ່ານລະບຸວ່າ: ເຮືອບິນຂັບໄລ່ F-16 ຂອງປາກິດສະຖານ ເຊິ່ງຜະລິດໂດຍບໍລິສັດ Lockheed Martin ຂອງອາເມລິກາ ບໍ່ໄດ້ຖືກນໍາມາໃຊ້ໃນການຍິງສະກັດເຮືອບິນຂັບໄລ່ຂອງອິນເດຍ.
Reuters ກ່າວວ່າ: ໂຄສົກກອງທັບອາກາດອິນເດຍບໍ່ໃຫ້ຄໍາຕອບໃດໆ ເມື່ອຖືກຖາມກ່ຽວກັບຂໍ້ມູນດັ່ງກ່າວ.
ໂດຍຜ່ານມາ, ລັດຖະບານອິນເດຍບໍ່ໄດ້ຍອມຮັບວ່າ: ເຮືອບິນຂັບໄລ່ຂອງຕົນສູນຫາຍພຽງແຕ່ລໍາດຽວ ພາຍຫລັງປະຕິບັດການໂຈມຕີ ທີ່ອິນເດຍອ້າງວ່າ: ມຸ້ງເປົ້າໃສ່ໂຄງລ່າງພື້ນຖານຂອງກຸ່ມກໍ່ການຮ້າຍໃນປາກິດສະຖານທີ່ຢູ່ເບື້ອງຫລັງເຫດໂຈມຕີນັກທ່ອງທ່ຽວໃນແຄວ້ນແຄຊາເມຍເບື້ອງອິນເດຍ.
ເຖິງຢ່າງໃດກໍຕາມ, ກ່ອນໜ້ານີ້ ລັດຖະບານປາກິດສະຖານອ້າງວ່າ ສາມາດຍິງເຮືອບິນຂັບໄລ່ຂອງອິນເດຍຕົກໄດ້ 5 ລໍາ.
ໂດຍເຫດການນີ້ຖືເປັນການຢືນຢັນຄັ້ງທໍາອິດຈາກປະເທດຕາເວັນຕົກ ວ່າກອງທັບປາກິດສະຖານໄດ້ໃຊ້ເຮືອບິນຂັບໄລ່ທີ່ຜະລິດຢູ່ຈີນໃນການຍິງເຮືອບິນຂັບໄລ່ຂອງອິນເດຍ.
ອ້າງອີງ: