ປະກາດແຕ່ງຕັ້ງ ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ເປັນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ

ວັນທີ 9 ພຶດສະພາ 2025 ນີ້ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ເປັນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 252/ນຍ, ລົງວັນທີ 30 ເມສາ 2025 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ທ່ານທີ່ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີ ແລະ ເປັນຄະນະບໍດີ ທັງໃນອະດີດ ແລະ ປັດຈຸບັນ ລ້ວນແຕ່ໄດ້ທຸ່ມເທເຫື່ອແຮງ ແລະສະຕິປັນຍາເຂົ້າໃນການພັດທະນາດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ, ມີການພັດທະນາຢ່າງຮອບດ້ານ, ເປັນຜູ້ທີ່ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະລັດຖະບານ, ຢຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ ແລະ ປະຕິບັດຕາມຫຼັກການ, ວິທີເຮັດວຽກແບບລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດໃນການນຳໃຊ້ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກໍາລັງແຮງສັງລວມເຂົ້າໃນການພັດທະນາຊັບພະຍາກອນມະນຸດ ຢູ່ໃນປະເທດເຮົາ,
ພ້ອມນີ້, ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີ ແລະ ຄະນະບໍດີ ຜູ້ໃໝ່ ຈົ່ງກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງໂລກ, ສະພາບດ້ານເສດຖະກິດພາຍໃນປະເທດ ພ້ອມທັງເອົາໃຈໃສ່ພັດທະນາລະບົບການບໍລິຫານ, ວຽກງານການດ້ານວິຊາການ ມຊ ໃຫ້ມີຄວາມເຂັ້ມແຂງ ແລະເອົາໃຈໃສ່ ຕີຖອຍບັນຫາປາກົດການຫຍໍທໍ້ຂອງສັງຄົມ ທີ່ອາດຈະເກີດຂຶ້ນ, ສືບຕໍ່ເຮັດວຽກງານແນວຄິດການເມືອງໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາໃຫ້ກວ້າງຂວາງຂຶ້ນຕື່ມ. ເຊິ່ງກະຊວງສຶກສາທິການ ແລະ ກິລາແມ່ນໃຫ້ເອົາໃຈໃສ່ພັດທະນາຄຸນນະພາບການສຶກສາ, ພັດທະນາຊັບພະຍາ ກອນມະນຸດ ພ້ອມທັງເອົາໃຈໃສ່ວຽກງານການຄົ້ນຄວ້າໃຫ້ກວ້າງຂວາງອີກຕື່ມອີກ.
ທີ່ມາ: ກະດານຂ່າວ ມຊ