ຈະປັບປຸງສຳນັກງານອົງການປົກຄອງນະຄອນຫລວງ ຫັນມາໜ້າໃສ່ສວນປະຕູໄຊ ໃຫ້ສຳເລັດ ສິງຫາ 2025
May 9, 2025 - 1:29 PM

ວັນທີ 8 ພຶດສະພາ 2025 ໄດ້ມີພິທີເຊັນສັນຍາໂຄງການປັບປຸງອາຄານສຳນັກງານອົງການປົກຄອງນະຄອນຫລວງວຽງຈັນ ລະຫວ່າງຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ກັບ ບໍລິສັດ ສຸກປະສົງຈະເລີນຊັບກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໜ້າວຽກປະກອບມີວຽກທັບມ້າງ ວຽກສະຖາປັດ ວຽກໂຄງສ້າງ ວຽກລະບົບໄຟຟ້າ ແລະ ວຽກລະບົບນໍ້າປະປາ ລວມມູນຄ່າທັງໝົດ 8.94 ຕື້ກີບ ແລະ ຈັດຕັ້ງປະຕິບັດພາຍໃນ 3 ເດືອນໃຫ້ສຳເລັດ ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນສິງຫາ 2025.
ທີ່ມາ: ໜັງສືພິມມວຽງຈັນໃໝ່