6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ

- 495538862 1017911853862802 6085380111882220878 n - 6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ
- kitchen vibe - 6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ

ວັນທີ 9 ພຶດສະພາ 2025 ນີ້ ຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກແຈ້ງການ ເລື່ອງ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ. ໂດຍໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ມີສະຕິລະວັງຕົວ ແລະ ມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ ໂດຍສາມາດພິຈະລະນາປະຕິບັດຕາມຄໍາແນະນໍາ ດັ່ງລຸ່ມນີ້:

1. ຢ່າຫຼົງເຊື່ອການໂຄສະນາເກີນຈິງ ຫຼື ມີທີ່ມາບໍ່ໜ້າເຊື່ອຖື ຖ້າມີການສະເໜີເງິນ ຫຼື ລາງວັນຫຍັງ ໂດຍບໍ່ຮູ້ ຄວາມເປັນມາໃຫ້ຄິດໄວ້ກ່ອນສະເໝີວ່າແມ່ນການຫຼອກລວງ;

- Visit Laos Visit SALANA BOUTIQUE HOTEL - 6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ
- Visit Laos Visit SALANA BOUTIQUE HOTEL - 6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ

2. ຖ້າບໍ່ແນ່ໃຈໃຫ້ຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງຜ່ານຊ່ອງທາງທາງການຂອງພາກສ່ວນນັ້ນ ເພື່ອຄວາມຖືກຕ້ອງ ເຊັ່ນ: ຜ່ານທາງເບີໂທ, ອີເມວ ແລະ ອື່ນໆ:

3. ບໍ່ຄວນກົດລິ້ງໃດໆກໍຕາມ ທີ່ມີແຫຼ່ງທີ່ມາບໍ່ໜ້າເຊື່ອຖື ເພື່ອຢືນຢັນ

4. ບໍ່ຄວນຕິດຕັ້ງແອັບພິເຄຊັ່ນທີ່ບໍ່ໜ້າເຊື່ອຖື ຊຶ່ງແອັບພິເຄຊັ່ນທີ່ໜ້າເຊື່ອຖືພື້ນຖານຄວນຈະແມ່ນແອັບທີ່ຢູ່ ໃນຮ້ານຄ້າທາງການທີ່ຮັບປະກັນຄວາມປອດໄພ ເຊັ່ນ: App Store, Google Play Store ແລະ ອື່ນໆ ພ້ອມທັງອ່ານລາຍລະອຽດສິດທິການເຂົ້າເຖິງມືຖືກ່ອນການຕິດຕັ້ງ ໂດຍບໍ່ຄວນເກີນຄວາມຈໍາເປັນການໃຊ້ງານຂອງແອັບພິເຄຊັ່ນນັ້ນ;

5. ຕິດຕາມຂ່າວສານ ແລະ ສຶກສາຄວາມຮູ້ພື້ນຖານ ດ້ານຄວາມປອດໄພທາງໄຊເບີ ເພື່ອໃຫ້ຮູ້ທັນໄພຄຸກ ຄວາມທາງໄຊເບີ;

6. ຫາກມີຂໍ້ສົງໄສ ຫຼື ຕ້ອງການຄໍາແນະນໍາ ສາມາດຕິດຕໍ່ຫາກົມຄວາມປອດໄພໄຊເບີຜ່ານຊ່ອງທາງທີ່ມີໃນ ເວັບໄຊ https://www.dcs.gov.la ຫຼື https://www.laocert.gov.la ແລະ ໂທຂໍຄໍາປຶກສາ 021 254508 (ໃນໂມງລັດຖະການ) ຫຼື Call Center ຂອງບັນດາບໍລິສັດທີ່ກ່ຽວຂ້ອງ.

- 5 - 6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ
- 3 - 6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ
- 4 - 6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ