ແພດໄທເຕືອນ! ໂຄວິດ-19 ຍັງໜ້າເປັນຫວ່ງ ແລະ ອາດຈະກັບມາລະບາດໜັກກວ່າໄຂ້ຫວັດໃຫຍ່

- Screenshot 2025 05 09 161502 - ແພດໄທເຕືອນ! ໂຄວິດ-19 ຍັງໜ້າເປັນຫວ່ງ ແລະ ອາດຈະກັບມາລະບາດໜັກກວ່າໄຂ້ຫວັດໃຫຍ່
- kitchen vibe - ແພດໄທເຕືອນ! ໂຄວິດ-19 ຍັງໜ້າເປັນຫວ່ງ ແລະ ອາດຈະກັບມາລະບາດໜັກກວ່າໄຂ້ຫວັດໃຫຍ່

ສື່ຂ່າວໄທ PPTV ລາຍງານວັນທີ 8 ພຶດສະພາ 2025 ນີ້ວ່າ: ທ່ານໝໍ ທີຣະ ວໍທະນາຣັດ ອາຈານຄະນະແພດສາດ ມະຫາວິທະຍາໄລຈຸລາລົງກອນ ຂອງປະເທດໄທ ໄດ້ລາຍງານວ່າ: ແຕ່ວັນທີ 27 ເມສາຜ່ານມາ ຫາ ວັນທີ 3 ພຶດສະພາ 2025ນີ້ ຢູ່ກຸງເທບມະຫານະຄອນ ກວດພົບຄົນຕິດເຊື້ອພະຍາດໂຄວິດ-19 ຫລາຍກວ່າໄຂ້ຫວັດໃຫຍ່ ຫລາຍເທົ່າ, ມີລາຍງານກໍລະນີຄົນເຈັບຫຼາຍກວ່າ 8 ພັນຄົນ ໃນນັ້ນເພດຍິງຫລາຍກວ່າເພດຊາຍ ແລະ ຖືວ່າເປັນພະຍາດທີ່ຕ້ອງລະວັງຄວາມຮຸນແຮງເຊັ່ນດຽວກັນກັບໄຂ້ຫວັດໃຫຍ່

ຕາມການລາຍງານລະບຸວ່າ: ໃນກຸ່ມທີ່ເປັນພະຍາດໂຄວິດ-19, ມີອັດຕາສ່ວນປະມານ 5% ຂອງຈໍານວນກໍລະນີທີ່ລາຍງານທັງໝົດ, ໃນຂະນະເປັນໄຂ້ຫວັດໃຫຍ່ນັ້ກວມ ປະມານ 13% ໃນຈຳນວນເດັກນ້ອຍອາຍຸແຕ່ 0-4 ປີ, ສ່ວນກຸ່ມຄົນເຮັດວຽກ ຖືເປັນກຸ່ມຄົນເຈັບທີ່ຫລາຍທີ່ສຸດໃນທັງສອງພະຍາດ ແຕ່ໂອກາດເປັນ ໂຄວິດ-19 ແມ່ນສູງກວ່າໄຂ້ຫວັດໃຫຍ່.

- Visit Laos Visit SALANA BOUTIQUE HOTEL - ແພດໄທເຕືອນ! ໂຄວິດ-19 ຍັງໜ້າເປັນຫວ່ງ ແລະ ອາດຈະກັບມາລະບາດໜັກກວ່າໄຂ້ຫວັດໃຫຍ່
- Visit Laos Visit SALANA BOUTIQUE HOTEL - ແພດໄທເຕືອນ! ໂຄວິດ-19 ຍັງໜ້າເປັນຫວ່ງ ແລະ ອາດຈະກັບມາລະບາດໜັກກວ່າໄຂ້ຫວັດໃຫຍ່

ຂະນະດຽວກັນນີ້ ທ່ານໝໍ ພານຸມາດ ຍານເວດສະກຸນ ອະທິບໍດີກົມຄວບຄຸມພະຍາດ ໄດ້ລາຍງານວ່າ: ນັບແຕ່ວັນທີ 4-8 ພຶດສະພາ 2025, ມີຜູ້ຕິດເຊື້ອໂຄວິດ-19 ແລ້ວເຖິງ 7,000 ກວ່າຄົນ, ເສຍຊີວິດ 1 ຄົນ, ໂດຍສະເພາະແມ່ນກຸ່ມເດັກນ້ອຍອາຍຸແຕ່ 0-4 ປີ, ຮອງລົງມາແມ່ນກຸ່ມອາຍຸ 30-39 ປີ ແລະ ກຸ່ມອາຍຸ 20-29 ປີ ຕາມລໍາດັບ, ສ່ວນຜູ້ເສຍຊີວິດນັ້ນ ມີອາຍຸ 60 ປີຂຶ້ນໄປ.

ທາງກົມຄວບຄຸມພະຍາດ ກະຊວງສາທາລະນະສຸກແຫ່ງປະເທດໄທ ຄາດວ່າ ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ອາດຈະແພ່ລະບາດໃນລະດູຝົນ ແລະ ໄລຍະໃກ້ຈະໄຂສົກຮຽນ ຈຶ່ງໃຫ້ເນັ້ນໃສ່ການປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສເຂົ້າໄປໃນເຮືອນ ແລະ ການຕິດເຊື້ອໃນກຸ່ມທີ່ມີຄວາມສ່ຽງ.

ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດໄທແຕ່ວັນທີ 1 ມັງກອນຫາວັນທີ 8 ພຶດສະພາ 2025 ມີຜູ້ເປັນພະຍາດທັງໝົດຫຼາຍກວ່າ 41.000 ຄົນ ແລະ ເສຍຊີວິດ 15 ຄົນ.

- 4 - ແພດໄທເຕືອນ! ໂຄວິດ-19 ຍັງໜ້າເປັນຫວ່ງ ແລະ ອາດຈະກັບມາລະບາດໜັກກວ່າໄຂ້ຫວັດໃຫຍ່
- 3 - ແພດໄທເຕືອນ! ໂຄວິດ-19 ຍັງໜ້າເປັນຫວ່ງ ແລະ ອາດຈະກັບມາລະບາດໜັກກວ່າໄຂ້ຫວັດໃຫຍ່
- 5 - ແພດໄທເຕືອນ! ໂຄວິດ-19 ຍັງໜ້າເປັນຫວ່ງ ແລະ ອາດຈະກັບມາລະບາດໜັກກວ່າໄຂ້ຫວັດໃຫຍ່