ການຄ້າແຂວງຈຳປາສັກກຳນົດທຸກລະອຽດ ລາຄາຊີ້ນໝູ ເພື່ອຄວາມເປັນທັງຜູ້ຊື້ ແລະ ຂາຍ

- 495311754 1257662106361831 8790847348481807912 n - ການຄ້າແຂວງຈຳປາສັກກຳນົດທຸກລະອຽດ ລາຄາຊີ້ນໝູ ເພື່ອຄວາມເປັນທັງຜູ້ຊື້ ແລະ ຂາຍ
- kitchen vibe - ການຄ້າແຂວງຈຳປາສັກກຳນົດທຸກລະອຽດ ລາຄາຊີ້ນໝູ ເພື່ອຄວາມເປັນທັງຜູ້ຊື້ ແລະ ຂາຍ

ໜັງສືພິມ ຈໍາປາໃໝ່ ລາຍງານວ່າ: ວັນທີ 9 ພຶດສະພາ 2025 ນີ້, ນໍາໂດຍທ່ານ ທອງສຸກ ກອງແກ້ວ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ, ພ້ອມດ້ວຍເຈົ້າໜ້າທີ່ ປກສ ແຂວງ ຮ່ວມກັບຂະແໜງການກ່ຽວຂ້ອງ ລົງຕິດຕາມກວດກາ ແລະ ຄວບຄຸມລາຄາຊີ້ນໝູ ຢູ່ຕະຫລາດໃໝ່ປາກເຊ (ຕະຫລາດດາວເຮືອງ) ທັງນີ້, ກໍເພື່ອໃຫ້ມີການຊື້-ຂາຍຕາມລາຄາທີ່ເຈົ້າໜ້າທີ່ພາກລັດກໍານົດ.

ທ່ານ ທິນນະກອນ ສຸລິຍະວົງ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການລົງຕິດຕາມກວດກາ ແລະ ຄວບຄຸມລາຄາຊີ້ນໝູ ຢູ່ຕະຫຼາດໃໝ່ປາກເຊ ຂອງເຈົ້າໜ້າທີ່ກໍເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ແນໃສ່ຊຸກຍູ້-ສົ່ງເສີມ ຜູ້ດຳເນີນທຸລະກິດການຜະລິດ, ຜູ້ຄ້າຂາຍຍົກ-ຂາຍຍ່ອຍ ໃຫ້ມີຄວາມເປັນທຳ ແລະ ຖືກຕ້ອງສອດຄ່ອງຕາມກົນໄກຕະຫຼາດ, ຫຼີກລ້ຽງການເອົາ ລັດ ເອົາປຽບກັນ ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ, ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ.

ສໍາລັບແຈ້ງການ ກຳນົດລາຄາ ຊື້-ຂາຍ ໝູປະເພດຕ່າງໆ ໃຫ້ປະຕິບັດ ດັ່ງນີ້:

  • ໝູເປັນໜ້າຟາມ ສູງສຸດບໍ່ໃຫ້ເກີນ 54,216 ກີບ/ກິໂລກຣາມ
  • ໝູເປັນໂຕຂ້າຄົວ ຫລື ຊໍາແລະແລ້ວ ສູງສຸດບໍ່ໃຫ້ເກີນ 63,269 ກີບ/ກິໂລກຣາມ
  • ໝູ ຢູ່ຕະຫລາດທົ່ວໄປ (ຂອດຂາຍຍົກ) ສູງສຸດບໍ່ໃຫ້ເກີນ 69,485 ກີບ/ກິໂລກຣາມ
  • ຊີ້ນໝູ (ຂອດຂາຍຍ່ອຍ) ປະເພດ1 ສູງສຸດບໍ່ໃຫ້ເກີນ 88,000 ກີບ/ກິໂລກຣາມ
  • ຊີ້ນໝູ (ຂອດຂາຍຍ່ອຍ) ປະເພດ2 ສູງສຸດບໍ່ໃຫ້ເກີນ 83,000 ກີບ/ກິໂລກຣາມ
  • ຊີ້ນສາມຊັ້ນ ສູງສຸດບໍ່ໃຫ້ເກີນ 78,000 ກີບ/ກິໂລກຣາມ
  • ໂຄງກະດູກຂ້າງ ສູງສຸດບໍ່ໃຫ້ເກີນ 65,000 ກີບ/ກິໂລກຣາມ
  • ຊີ້ນຂາໜ້າ ສູງສຸດບໍ່ໃຫ້ເກີນ 65,000 ກີບ/ກິໂລກຣາມ
  • ຕັບ ສູງສຸດບໍ່ໃຫ້ເກີນ 56,000 ກີບ/ກິໂລກຣາມ
  • ເຄື່ອງໃນລວມ ສູງສຸດບໍ່ໃຫ້ເກີນ 50,000 ກີບ/ກິໂລກຣາມ
  • ຫົວ ບໍ່ໃຫ້ເກີນ 55,000 ກີບ/ກິໂລກຣາມ
  • ນໍ້າມັນ, ໜັງສູງສຸດບໍ່ໃຫ້ເກີນ 50,000 ກີບ/ກິໂລກຣາມ
  • ເລືອດ ສູງສຸດບໍ່ໃຫ້ເກີນ 46,000 ກີບ/ກິໂລກຣາມ
  • ຊີ້ນມຸ່ນ (ຊີ້ນຫລືບປົນນໍ້າມັນ) ສູງສຸດບໍ່ໃຫ້ເກີນ 55,000 ກີບ/ກິໂລກຣາມ
  • ຂາ, ຕີນ, ດູກໂຄ່ຍ ສູງສຸດບໍ່ໃຫ້ເກີນ 70,000 ກີບ/ກິໂລກຣາມ

ທີ່ມາ: ໜັງສືພິມ ຈໍາປາໃໝ່

- 4 - ການຄ້າແຂວງຈຳປາສັກກຳນົດທຸກລະອຽດ ລາຄາຊີ້ນໝູ ເພື່ອຄວາມເປັນທັງຜູ້ຊື້ ແລະ ຂາຍ
- 3 - ການຄ້າແຂວງຈຳປາສັກກຳນົດທຸກລະອຽດ ລາຄາຊີ້ນໝູ ເພື່ອຄວາມເປັນທັງຜູ້ຊື້ ແລະ ຂາຍ
- 5 - ການຄ້າແຂວງຈຳປາສັກກຳນົດທຸກລະອຽດ ລາຄາຊີ້ນໝູ ເພື່ອຄວາມເປັນທັງຜູ້ຊື້ ແລະ ຂາຍ