ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວສາວ ຢູ່ທ່າແຂກ ແຂວງຄຳມ່ວນ

- 494679328 674569915326759 2696002537188485669 n - ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວສາວ ຢູ່ທ່າແຂກ ແຂວງຄຳມ່ວນ
- kitchen vibe - ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ ຫລາຍຫົງຟູ ອາຍຸ 39 ປີສັນຊາດ ເເລະ ເຊື້ອຊາດຈີນ ກຳມະກອນຢູ່ບໍລິສັດ ຢຸນໜານຈຽງໂຖ ພັກເຊົາຢູ່ບ້ານດົງໃຕ້ ເມືອງທ່າເເຂກ ເເຂວງຄໍາມ່ວນ ໄປຈໍາລອງເຫດການຄືນ ໃນຂໍ້ຫາກໍ່ເຫດຄາຕະກໍາ ນາງ ພິມມະສອນ ອາຍຸ 25 ປີ, ປະຊາຊົນຢູ່ບ້ານ ນາໂພທ່າ, ເມືອງທ່າແຂກ, ແຂວງຄຳມ່ວນ.

ທ້າວ ຫລາຍຫົງຟູ່ ຮັບສາລະພາບຕໍ່ເຈົ້າໜ້າທີ່ ວ່າ: ຕົນເອງໄດ້ຮູ້ຈັກນາງ ພິມມະສອນ (ຜູ້ເສຍຊີວິດ) ເເລະ ຄົບຫາກັນເເບບບ່າວ-ສາວ ເຊິ່ງພົວພັນໄປມາຫາສູ່ກັນເປັນປະຈໍາ.

- Visit Laos Visit SALANA BOUTIQUE HOTEL - ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວສາວ ຢູ່ທ່າແຂກ ແຂວງຄຳມ່ວນ
- Visit Laos Visit SALANA BOUTIQUE HOTEL - ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ເວລາປະມານ 07:00 ໂມງຂອງວັນທີ 22 ເມສາ 2025 ນາງພິມມະສອນ (ຜູ້ເສຍຊີວິດ) ໄດ້ໄປ ຖາມເອົາພາສປອດນໍາ ທ້າວຫລາຍຫົງຟູ່ ເພື່ອຈະຂ້າມໄປປະເທດໄທ, ເເຕ່ບໍ່ໄດ້. ພ້ອມຂໍນອນນໍານາງພິມມະສອນ ເເຕ່ຖືກຂັດຂືນ ແລະ ບອກໃຫ້ໄປສົ່ງພາສປອດໃຫ້ຢູ່ຫ້ອງ. ຈາກນັ້ນ, ຈຶ່ງໄດ້ຍ່າງໄປຖາມນາງພິມມະສອນວ່າຊິໄປເຮັດຫຍັງປະເທດໄທ, ໄປຫາຜູ້ບ່າວທີ່ເຈົ້າໂທນັດນັ້ນບໍ? ເເລ້ວນາງພິມມະສອນ ຈຶ່ງບອກບໍ່ໃຫ້ມາວົນນໍາຊິວິດ. ພ້ອມທັງ ໃຊ້ຄໍາເວົ້າເເບບປ້ອຍດ່າ ພໍ່ເເມ່ ອ້າຍນ້ອງ ຂອງທ້າວຫລາຍຫົງຟູ່. ທັງສອງຈຶ່ງໄດ້ມີການຜິດຖຽງກັນຢ່າງຮຸນເເຮງ. ນາງ ພິມມະສອນ ເອົາມືຕົບໜ້າຂອງທ້າວຫລາຍຫົງຟູ່ 2 ບາດ ຈຶ່ງເຮັດໃຫ້ໂມໂຫແລ້ວຍູ້ນາງພິມມະສອນຈົນລົ້ມລົງຕຽງ ພ້ອມບີບຄໍຈົນ ປະມານ 5 ນາທີຈົນໝົດສະຕິ ແລະ ຂາດໃຈຈົນເສຍຊີວິດ.

ພາຍຫຼັງກໍ່ເຫດທ້າວຫລາຍຫົງຟູ່ໄດ້ ເອົາສາຍຄໍຄໍາໃສ່ເຄດໂທລະສັບຂອງຕົນ ແລະ ເອົາໂທລະສັບຂອງນາງພິມມະສອນຍັດໃສ່ຖົງໂສ້ງ ແລ້ວຍ່າງອອກໄປຫ້ອງເພື່ອຊອກຫາວິທີທາງທໍາລາຍຫລັກຖານອໍາພາງຄະດີ ແຕ່ໃນເວລານັ້ນໄດ້ມີໝູ່ຂອງນາງພິມມະສອນ ໄດ້ມາເອີ້ນຫາ ໃຫ້ນາງເມືອຫາຢູ່ບ້ານນາໂພທ່າ, ແຕ່ທ້າວຫລາຍຫົວຟູ່ ໄດ້ອອກຈາກຫ້ອງພັກພ້ອມສາຍຄໍຄໍາໄປປະໄວ້ຢູ່ຫ້ອງນໍ້າ ແລະ ຂັບຂີ່ເອົາລົດກະບະລີໂວ້ ຂອງນາງພິມມະສອນ ອອກຈາກສະຖານທີ່ເກີດເຫດເພື່ອເອົາຕົວຫລົບໜີ.

ຮອດເວລາ 20:00 ໂມງ ຂອງວັນທີ 7 ພຶດສະພາ 2025 ເຈົ້າໜ້າທີ່ຈຶ່ງໄດ້ພົບເຫັນ ທ້າວຫຼາຍຫົງຟູ ( ຜູ້ກໍ່ເຫດຄາຕະກໍາ) ກໍາລັງກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ຈຶ່ງໄດ້ນໍາກໍາລັງເຂົ້າກັກຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໝາຍ.

ທີ່ມາ: ລາຍການຄວາມສະຫງົບ ແຂວງບໍລິຄໍາໄຊ

- 3 - ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວສາວ ຢູ່ທ່າແຂກ ແຂວງຄຳມ່ວນ
- 5 - ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວສາວ ຢູ່ທ່າແຂກ ແຂວງຄຳມ່ວນ
- 4 - ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວສາວ ຢູ່ທ່າແຂກ ແຂວງຄຳມ່ວນ