ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ

- 495421496 9526249940830145 1542190961561803978 n - ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ
- kitchen vibe - ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ

ໂດຍ: ຜາຕຸງ

ໄລຍະນີ້ ສະພາບອາກາດຮ້ອນອົບເອົ້າຫລາຍເຮັດໃຫ້ຫຼາຍໆຢ່າງ ມີການປ່ຽນແປງ ຍ່ອນຍານໄປຕາມສະພາບອາກາດທີ່ຮ້ອນຂຶ້ນ, ເກີດມີໄຟໄໝ້ຢູ່ຫຼາຍບ່ອນ, ຊຸມສາຍໄຟຟ້າ ສາຍໂທລະສັບເລີ່ມຢ່ອນຍານລົງຕ່ຳ ດັ່ງນັ້ນ ຈຶ່ງປາກົດເຫັນ ສາຍໄຟ ສາຍໂທລະສັບຢູ່ຕາມເສັ້ນທາງຫຼວງສາຍຕ່າງໆນັ້ນຍ່ອນຍານລົງ ບາງບ່ອນພັດຖືກລົດບັນທຸກສິນຄ້າທີ່ໃສ່ສູງເກີນໄປ ເກາະເອົາແລ້ວຂາດຕົກລົງໃສ່ຖະໜົນຫົນທາງເປັນການກີດຂວາງການສັນຈອນ ອາດພາໃຫ້ເກີດອຸປະຕິເຫດໄດ້ໂດຍງ່າຍ, ສາຍຢ່ອນຫ້ອຍລົງມາເຮັດໃຫ້ລົດເກີດອຸປະຕິເຫດ ເປັນອັນຕະລາຍຕໍ່ຊີວິດຊັບສິນຜູ້ສັນຈອນກໍຄືສັງຄົມ..

- Visit Laos Visit SALANA BOUTIQUE HOTEL - ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ
- Visit Laos Visit SALANA BOUTIQUE HOTEL - ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ

ເວົ້າເລື່ອງຊຸມສາຍຕ່າງທັງສາຍຕ່າງໆທັງສາຍໂທລະສັບ ແລະ ສາຍໄຟຟ້ານີ້ມັນກໍເປັນບັນຫາມາຫລາຍຟ້າຫຼາຍຝົນແລ້ວ ບໍ່ແມ່ນຫາກໍເປັນມື້ນີ້ມື້ວານນີ້ ເຊິ່ງທາງການກໍມີທິດທາງປັບປຸງແກ້ໄຂຢູ່ ແລະ ຫຼ້າສຸດວັນທີ 5 ພຶດສະພາ 2025 ລັດວິສາຫະກິດໄຟຟ້າລາວ, ເຊັນບົດບັນທຶກ ກັບ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ເພື່ອສຶກສາຮ່ວມມືການຈັດລະບຽບສາຍສື່ສານ, ສາຍໂທລະຄົມມະນາຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0.4 ກິໂລໂວນ ທີ່ຢູ່ເສົາໄຟຟ້າລົງໃຕ້ດິນ.

ນອກນີ້ ບໍລິສັດ ດັ່ງກ່າວຍັງໄດ້ເຮັດບົດບັນທຶກ ກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການດໍາເນີນການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສາຍສື່ສານໂທລະຄົມລົງໃຕ້ດິນ ທີ່ເປັນສາຍເກາະຫ້ອຍຢູ່ເສົາໄຟຟ້າຂອງ ຟຟລ  ເພື່ອພ້ອມກັນຄົ້ນຄວ້າສຶກສາ ທາງດ້ານເຕັກນິກ ເພື່ອນໍາເອົາສາຍໂທລະຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0.4 ກິໂລໂວນ ທີ່ເກາະຫ້ອຍຢູ່ເສົາໄຟຟ້າລົງໃຕ້ດິນ.

ຢ່າງໃດກໍຕາມພາຍຫຼັງມີຂ່າວອອກມາ ສັງຄົມກໍມີຫຼາຍຄວາມຄິດເຫັນເປັນຕົ້ນແມ່ນໂຄງການຈະໃຊ້ເວລາອີກດົນສໍ່າໃດຈຶ່ງສຳເລັດ, ເບິ່ງແຜນຄືຈະດີແຕ່ ຜົນຈະດີຫຼືບໍ່, ການວາງສາຍໄຟລົງດິນນັ້ນຈະບໍ່ທຳລາຍຂອບທາງ-ຕັດທາງຄືຜ່ານມາ ຫຼື ບໍ່ ແລະ ອີກສ່ວນໜຶ່ງກໍຄາດຫວັງວ່າແຜນການນັ້ນຈະສຳເລັດ ເພື່ອເປັນໃບໜ້າໃບຕາໃຫ້ກັບປະເທດຊາດບ້ານເມືອງ ເພາະຫຼາຍຄົນຢາກໃຫ້ມີ ຢາກເຫັນຄວາມຈະເລີນ ອັນບົ່ງບອກເຖິງການພັດທະນາຂອງປະເທດເຮົາ.

ຜາຕຸງເຫັນວ່າການທີ່ມີຂ່າວອອກມາແນວນີ້ ເປັນເລື່ອງດີກໍມີຄວາມຊື່ນຊົມຢູ່ໃນໃຈ ແລະ ວາດໄວ້ວ່າຖ້າຜົນຂອງການປະຕິບັດອອກມາໄດ້ເປັນຈິງຢ່າງທີ່ວາງແຜນໄວ້ ຈະເຮັດໃຫ້ສັງຄົມໄດ້ປະໂຫຍດຫຼາຍຢ່າງ ເຊັ່ນ ໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ, ລະບົບສັນຍານອິນເຕີເນັດການສື່ສານກໍຈະສະຖຽນຂຶ້ນ, ປາສະຈາກໄພອັນຕະລາຍຈາກສາຍຢ່ອນຫ້ອຍ ບໍ່ຕ້ອງມີຄວາມກັງວົນຍາມຝົນຕົກຟ້າລົມ ຕົ້ນໄມ້ລົ້ມທັບ ແລະ ອື່ນໆອີກຫຼາຍຢ່າງ ເຊິ່ງພວກເຮົາເຫັນໄດ້ຈາກບັນດາປະເທດທີ່ພັດທະນາມີຄວາມຈະເລີນໄປກ່ອນເຮົາແລ້ວ ສ່ວນຄຳເວົ້າວ່າຈະຈານໄປຕ່າງໆນານານັ້ນກໍຢ່າ ຖືວ່າເປັນການປະກອບຄຳເຫັນເພື່ອກໍ່ ບໍ່ແມ່ນການຕຳໜິເພື່ອທຳລາຍ.

ແນວໃດກໍດີ ວຽກງານ ແລະ ແຜນການຈະສຳເລັດໄດ້ນັ້ນ ຕ້ອງອາໄສການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ອຳນວຍຄວາມສະດວກຕໍ່ພາກສ່ວນກ່ຽວຂ້ອງ, ປະຕິບັດຕາມລະບຽບ ແລະ ພາກສ່ວນກ່ຽວຂ້ອງກໍຕາມເຮັດວຽກກຕາມແຜນທີ່ວາງໄວ້ຢ່າງເປັນລະບົບລະບຽບ, ມ້ຽນມັດຈັດສັນບໍ່ໃຫ້ມີສິ່ງເປັນອັນຕະລາຍຕໍ່ຜູ້ສັນຈອນ ເຊື່ອແດ່ວ່າຖ້າພວກເຮົາທຸກຄົນພ້ອມໃຈກັນ ຮ່ວມມືກັນວຽກງານກໍຈະສຳເລັດໄປດ້ວຍດີ ແລະ ນີ້ຄືຄວາມກ້າວໜ້າ ພັດທະນາໄປສູ່ຄວາມສີວິໄລຢ່າງແທ້ຈິງ.

- 5 - ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ
- 3 - ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ
- 4 - ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ