ປາກິດສະຖານຕອບໂຕ້ກັບ ອິນເດຍ ຫລາຍຈຸດຕາມຊາຍແດນ ເລັ່ງສະຖານະການເຄັ່ງຕຶງເພີ່ມຂຶ້ນ

- 111 6 - ປາກິດສະຖານຕອບໂຕ້ກັບ ອິນເດຍ ຫລາຍຈຸດຕາມຊາຍແດນ ເລັ່ງສະຖານະການເຄັ່ງຕຶງເພີ່ມຂຶ້ນ
- kitchen vibe - ປາກິດສະຖານຕອບໂຕ້ກັບ ອິນເດຍ ຫລາຍຈຸດຕາມຊາຍແດນ ເລັ່ງສະຖານະການເຄັ່ງຕຶງເພີ່ມຂຶ້ນ

        ກອງັບອິນເດຍເປີດເຜີຍວ່າ: ກອງກໍາລັງປາກິດສະຖານໄດ້ໂຈມຕີຫລາຍຈຸດ ໂດຍໃຊ້ໂດຣນ ແລະ ອາວຸດຫລາຍຊະນິດຕາມຊາຍແດນເບື້ອງຕາເວັນຕົກຂອງອິນເດຍ ໃນຄືນວັນທີ 8 ພຶດສະພາ ທ່າມກາງສະຖານະການຄວາມຂັດແຍ່ງທີ່ທະວີຄວາມຮຸນແຮງຂຶ້ນລະຫວ່າງສອງປະເທດທີ່ຄອບຄອງອາວຸດນິວເຄຼຍ.

         ຄວາມຮຸນແຮງຮອບຫລ້າສຸດເກີດຂຶ້ນຕໍ່ເນື່ອງຈາກວັນທີ 7 ພຶດສະພາ ອິນເດຍຍິງລູກສອນໄຟໃສ່ຫລາຍຈຸດໃນປາກິດສະຖານ ໂດຍລະບຸວ່າເປັນຄ້າຍຝຶກກຸ່ມກໍ່ການຮ້າຍ ເພື່ອຕອບໂຕ້ເຫດການກວາດຍິງຢູ່ແຄຊາເມຍໃນເດືອນກ່ອນ ເຊິ່ງອິນເດຍກ່າວຫາວ່າລັດຖະບານອິດສະລາມາບັດມີສ່ວນກ່ຽວຂ້ອງ ເຊິ່ງທ່ານ ເຊບາດ ຊາຣີບ ນາຍົກລັດຖະມົນຕີປາກິດສະຖານ ໄດ້ປະຕິເສດຂໍ້ກ່າວຫານັ້ນ.

- Visit Laos Visit SALANA BOUTIQUE HOTEL - ປາກິດສະຖານຕອບໂຕ້ກັບ ອິນເດຍ ຫລາຍຈຸດຕາມຊາຍແດນ ເລັ່ງສະຖານະການເຄັ່ງຕຶງເພີ່ມຂຶ້ນ
- Visit Laos Visit SALANA BOUTIQUE HOTEL - ປາກິດສະຖານຕອບໂຕ້ກັບ ອິນເດຍ ຫລາຍຈຸດຕາມຊາຍແດນ ເລັ່ງສະຖານະການເຄັ່ງຕຶງເພີ່ມຂຶ້ນ

         ນັບແຕ່ນັ້ນມາ ທັງສອງຝ່າຍໄດ້ຍິງຕອບໂຕ້ຂ້າມແດນໃຊ້ທັງປືນໃຫຍ່, ລູກສອນໄຟ ແລະ ໂດຣນ ລຸກລໍ້າເຂົ້າໄປໃນນ່ານຟ້າຂອງກັນ ແລະ ກັນ ຈົນມີຜູ້ເສຍຊີວິດເກືອບ 50 ຄົນ.

        ຖະແຫລງການຂອງກອງທັບອິນເດຍລະບຸວ່າ: ກອງທັບປາກິດສະຖານໄດ້ລະເມີດຂໍ້ຕົກລົງຢຸດຍິງ (Ceasefire Violations) ຫລາຍຄັ້ງ ໂດຍສະເພາະຕາມເສັ້ນແບ່ງຢຸດຍິງ (Line of Control) ໃນແຄວ້ນແຄຊາເມຍ ເຊິ່ງທັງສອງຝ່າຍອ້າງກໍາມະສິດເຕັມຮູບແບບ ແຕ່ຄວບຄຸມກັນຄົນລະສ່ວນ.

        ປາກິດສະຖານຍັງບໍ່ມີຖະແຫລງການຕອບໂຕ້ໃນທັນທີ ກ່ອນໜ້ານີ້ລັດຖະບານອິດສະລາມາບັດປະຕິເສດວ່າບໍ່ໄດ້ໂຈມຕີເມືອງປາທານໂກໃນລັດປັນຈາບ, ເມືອງສີນາກາໃນຮ່ອມພູແຄຊາເມຍ ຫລື ເມືອງໄຈຊາລເມຍໃນລັດຣາສະຖານຕາມທີ່ອິນເດຍກ່າວຫາ ໂດຍເອີ້ນຂໍ້ກ່າວຫາເຫລົ່ານັ້ນວ່າ “ບໍ່ມີຂໍ້ມູນ ແລະ ມີແຮງຈູງໃຈທາງການເມືອງ”.

         ກອງກໍາລັງຮັກສາຊາຍແດນອິນເດຍລະບຸວ່າ: ໄດ້ຂັດຂວາງຄວາມພະຍາຍາມລັກລອບແຊກຊຶມຂະໜາດໃຫຍ່ ໃນເຂດຊໍາບາຂອງແຄຊາເມຍໃນຄືນວັນທີ 9 ພຶດສະພາ. ຂະນະທີ່ມີການຍິງປືນໃຫຍ່ຮອບໜັກໃນເຂດອູຣີຢ່າງຕໍ່ເນື່ອງໃນວັນທີ 9 ພຶດສະພາ.

        ຂະນະທີ່ໃນເມືອງອາມຶກສາ ເຊິ່ງຢູ່ຕິດຊາຍແດນ ແລະ ເປັນທີ່ຕັ້ງຂອງວິຫານຄໍາ ສັກສິດຂອງຊາວຊິກມີສຽງໄຊເຣນດັງຕິດຕໍ່ກັນດົນກວ່າ 2 ຊົ່ວໂມງໃນເຊົ້າວັນທີ 10 ພຶດສະພານີ້ ໂດຍເຈົ້າໜ້າທີ່ຂໍໃຫ້ປະຊາຊົນຫລີກລ່ຽງການອອກຈາກເຮືອນ.

ອ້າງອີງ:

- 4 - ປາກິດສະຖານຕອບໂຕ້ກັບ ອິນເດຍ ຫລາຍຈຸດຕາມຊາຍແດນ ເລັ່ງສະຖານະການເຄັ່ງຕຶງເພີ່ມຂຶ້ນ
- 5 - ປາກິດສະຖານຕອບໂຕ້ກັບ ອິນເດຍ ຫລາຍຈຸດຕາມຊາຍແດນ ເລັ່ງສະຖານະການເຄັ່ງຕຶງເພີ່ມຂຶ້ນ
- 3 - ປາກິດສະຖານຕອບໂຕ້ກັບ ອິນເດຍ ຫລາຍຈຸດຕາມຊາຍແດນ ເລັ່ງສະຖານະການເຄັ່ງຕຶງເພີ່ມຂຶ້ນ