ສູນອະນຸລັກແຂ້ພື້ນເມືອງລາວ ປ່ອຍແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ ຈຳນວນ 10 ໂຕ

- 496155293 1264547461727150 5373757701535559168 n scaled - ສູນອະນຸລັກແຂ້ພື້ນເມືອງລາວ ປ່ອຍແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ ຈຳນວນ 10 ໂຕ
- kitchen vibe - ສູນອະນຸລັກແຂ້ພື້ນເມືອງລາວ ປ່ອຍແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ ຈຳນວນ 10 ໂຕ

ວັນທີ 9 ພຶດສະພາ 2025 ໄດ້ຈັດພິທີເປີດສູນອະນຸລັກແຂ້ພື້ນເມືອງລາວ ທີ່ບ້ານຕານສຸມ ເມືອງຈຳພອນ ແຂວງສະຫວັນນະເຂດ ໂດຍມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ທ່ານ ຄໍາຕາ ສິນນະສອນ ຮອງເຈົ້າເມືອງຈຳພອນ, ອົງການອະນຸລັກສັດປ່າ (WCS) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປັດຈຸບັນມີແຂ້ພັນພື້ນເມືອງລາວບໍ່ເຖິງ 1,000 ໂຕ (crocodylussiamensis) ທີ່ຍັງເຫລືອຢູ່ໃນທຳມະຊາດ, ແຂ້ຊະນິດພັນນີ້ ຖືກຈັດໃຫ້ເປັນສັດປ່າທີ່ໃກ້ຈະສູນພັນໃນບັນຊີແດງຂອງອົງການສາກົນເພື່ອການອະນຸລັກທຳມະຊາດ (IUCN). ທີ່ດິນບໍລິເວນນໍ້າເຊຈໍາພອນຕັ້ງຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ ຊຶ່ງແມ່ນຕົວແທນຂອງສອງເຂດຣາມຊາທີ່ໃຫຍ່ທີ່ສຸດໃນ ສປປ ລາວ ແລະ ເປັນຖິ່ນທີ່ຢູ່ອາໄສຂອງຊີວະນານາພັນສັດນ້ຳທີ່ອຸດົມສົມບູນ, ພ້ອມທັງເປັນບ່ອນຢູ່ອາໄສຂອງໜຶ່ງໃນປະຊາກອນສັດປ່າແຫ່ງສຸດທ້າຍຂອງໂລກເປັນຕົ້ນແມ່ນແຂ້ນໍ້າຈືດທີ່ໃກ້ຈະສູນພັນ, ຊະນິດເຕົ່າທີ່ໃກ້ຈະສູນພັນ ແລະ ນົກໃນເຂດທີ່ດິນບໍລິເວນນໍ້າ.

- Visit Laos Visit SALANA BOUTIQUE HOTEL - ສູນອະນຸລັກແຂ້ພື້ນເມືອງລາວ ປ່ອຍແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ ຈຳນວນ 10 ໂຕ
- Visit Laos Visit SALANA BOUTIQUE HOTEL - ສູນອະນຸລັກແຂ້ພື້ນເມືອງລາວ ປ່ອຍແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ ຈຳນວນ 10 ໂຕ

ໂຄງການອະນຸລັກແຂ້ນໍ້າຈືດ ໂດຍການຮ່ວມມືຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ລັດຖະບານໄດ້ຈັດຂຶ້ນຢູ່ 4 ເມືອງເປົ້າໝາຍຄື: ເມືອງຊົນນະບູລີ, ເມືອງຈຳພອນ, ເມືອງສອງຄອນ ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ ເພື່ອແນໃສ່ຟື້ນຟູປະຊາກອນສັດຊະນິດນີ້ ແລະ ເພື່ອເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ ໃນພິທີ ຍັງໄດ້ມີການປ່ອຍແຂ້ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນບໍລິເວນນໍ້າ ເຊຈຳພອນ.

ນັບຕັ້ງແຕ່ໂຄງການໄດ້ລິເລີ່ມມາ ໄດ້ມີການປ່ອຍແຂ້ໄປທັງໝົດ 183 ໂຕຄືນສູ່ທໍາມະຊາດ ໃນທີ່ດິນບໍລິເວນນໍ້າເຊຈໍາພອນ, ມີການພົບຮັງໄຂ່ແຂ້ 6 ຫາ 8 ຮັງໃນແຕ່ລະປີ ແລະ ອີງຕາມຈໍານວນຮັງເຫລົ່ານີ້, ໄດ້ມີການຄາດຄະເນວ່າປະຊາກອນແຂ້ນໍ້າຈືດປະມານ 200 ຫາ 250 ໂຕທີ່ອາໄສຢູ່ໃນທີ່ດິນບໍລິເວນນໍ້າເຊຈຳພອນ. ໂຄງການອະນຸລັກນີ້ເປັນສ່ວນໜຶ່ງຂອງໂຄງການ ການອະນຸລັກລະບົບນິເວດໂດຍຜ່ານການຄຸ້ມຄອງພູມີທັດແບບປະສົມປະສານໃນ ສປປ ລາວ’ (ECILL) ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ຈັດຕັ້ງປະຕິບັດໂດຍອົງການອະນຸລັກສັດປ່າ (WCS).

ທີ່ມາ: ໂທລະພາບ ແຂວງສະຫວັນນະເຂດ

- 4 - ສູນອະນຸລັກແຂ້ພື້ນເມືອງລາວ ປ່ອຍແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ ຈຳນວນ 10 ໂຕ
- 5 - ສູນອະນຸລັກແຂ້ພື້ນເມືອງລາວ ປ່ອຍແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ ຈຳນວນ 10 ໂຕ
- 3 - ສູນອະນຸລັກແຂ້ພື້ນເມືອງລາວ ປ່ອຍແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ ຈຳນວນ 10 ໂຕ