ຟີລິບປິນ ຢືນຢັນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກຊະນິດຮຸນແຮງກໍລະນີທຳອິດຂອງປະເທດ

ສຳນັກຂ່າວທາງການຟິລິປິນ ລາຍງານໃນວັນທີ 8 ພຶດສະພາ 2025 ວ່າ: ກົມອຸດສາຫະກຳສັດ ພາຍໃຕ້ກະຊວງກະສິກຳຂອງຟີລິບປິນ ຢືນຢັນການກວດພົບເຊື້ອໄວຣັດໄຂ້ຫວັດສັດປີກຊະນິດຮຸນແຮງ ສາຍພັນ A ສາຍພັນຍ່ອຍ H5N9 ກໍລະນີທຳອິດ ໃນແຂວງຄາມາຣີເນສຊູ.
ລາຍງານລະບຸວ່າ: ຫ້ອງທົດລອງການວິນິດໄສ ແລະ ອ້າງອີງພະຍາດສັດ ໄດ້ລາຍງານຜົນການກວດພົບເຊື້ອໄວຣັສດັ່ງກ່າວ ຈາກຕົວຢ່າງ ເປັດ ທີ່ເກັບກໍາໃນລະຫວ່າງການສຳຫລວດປົກກະຕິໃນວັນທີ 30 ເດືອນເມສາ ຜ່ານມາ, ໂດຍເຊື້ອໄວຣັດສາຍພັນ A ສາຍພັນຍ່ອຍ H5N9 ມີຄວາມຮຸນແຮງສູງໃນນົກ ແຕ່ມີຄວາມສ່ຽງຕໍ່າຕໍ່ມະນຸດ. ໂດຍອ້າງອີງຈາກການປະເມີນລະດັບໂລກໃນປັດຈຸບັນ.
ກົມອຸດສາຫະກຳສັດ ຈຶ່ງໄດ້ດໍາເນີນການເຝົ້າລະວັງຢ່າງເຂັ້ມງວດລະດັບພາກພື້ນທັນທີ ຫຼັງຈາກກວດພົບເຊື້ອໄວຣັສດັ່ງກ່າວ ຊຶ່ງລວມມີການຄວບຄຸມການກັກກັນ, ການແຍກຕົວ, ການກວດກາ ແລະ ການປະສານງານກັບອົງການທ້ອງຖິ່ນ.
ພ້ອມທັງແຈ້ງໃຫ້ກະຊວງສາທາລະນະສຸກຕິດຕາມການສຳຜັດເຊື້ອໄວຣັດ ໃນມະນຸດທີ່ອາດຈະເກີດຂື້ນ, ນອກນັ້ນ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນເຝົ້າລະວັງ ແລະ ລາຍງານການເສຍຊີວິດ ຫລື ເຈັບປ່ວຍຂອງສັດປີກທີ່ຜິດປົກກະຕິໄປຍັງໜ່ວຍງານທີ່ກ່ຽວຂ້ອງໃຫ້ໄວທີ່ສຸດ.