ສື່ມວນຊົນລາວຄົນທີ 2 ຄວ້າລາງວັນບຸກຄົນຕົ້ນແບບແຫ່ງປີ 2017 ຢູ່ປະເທດໄທ
ນັບວ່າເປັນໜ້າພາກພູມໃຈທີ່ສຸດໃນວົງການສື່ມວນຊົນລາວ, ພາຍຫລັງທ່ານ ສົມສະຫວິນ ວົງສີສຸພັນ ນັກຂ່າວໜັງສືພິມເສດຖະກິດ-ການຄ້າ, ທັງເປັນຕົວແທນໃຫ້ແກ່ສື່ມວນຊົນລາວ ໄດ້ຖືກເຊີນຈາກມູນນິທິ ດິນດີນ້ຳໃສ ແຫ່ງປະເທດໄທ ເຂົ້າຮັບລາງວັນ ”ເຫມມະຣາຊ໌” ບຸກຄົນຕົ້ນແບບແຫ່ງປີ 2017 ໃນສາຂາບຸກຄົນ ຜູ້ມີຈິດອາສາຕົ້ນແບບແຫ່ງປີ ທີ່ມະຫາວິທະຍາໄລ ທໍາມະສາດ ຣັງສິດ ນະຄອນຫຼວງບາງກອກ ປະເທດໄທ, ເມື່ອວັນທີ 8 ທັນວາຜ່ານມາ.
ທ່ານ ສົມສະຫວິນ ວົງສີສຸພັນ ກ່າວວ່າ: ລາງວັນດັ່ງກ່າວ, ແມ່ນໄດ້ມາຈາກການເຄື່ອນໄຫວວຽກງານຂອງຕົນ, ໂດຍສະເພາະ ໃນ 2-3 ປີຜ່ານມາ, ເຄີຍຊ່ວຍ ເຫຼືອບັນດາຜູ້ປະກອບການທົ່ວໄປຂອງໄທດ້ວຍປະສານງານໃຫ້ກັບເຂົາເຈົ້າທີ່ມີຈຸດປະສົງເຂົ້າມາດຳເນີນທຸລະກິດໃນລາວ, ມາຫາຄູ່ຮ່ວມທຸລະກິດ, ພ້ອມທັງຊ່ວຍໂຄສະນາຂໍ້ມູນ ຂ່າວສານຜ່ານສື່ຕ່າງໆກ່ຽວກັບກິດຈະກຳ ແລະ ງານທົ່ວໄປທີ່ຈັດຂຶ້ນຢູ່ປະເທດລາວ ແລະ ໄທ. ນອກນັ້ນ, ຍັງໄດ້ຊ່ວຍເຫຼືອປະຊາສຳພັນງານສຳຄັນຕ່າງໆຂອງພາກລັດ ແລະ ພາກທຸລະກິດທັງສອງປະເທດຜ່ານສື່ສິ່ງພິມ, ເຊິ່ງຜ່ານການຊ່ວຍເຫຼືອໂດຍບໍ່ໄດ້ຫວັງຜົນ ຕອນແທນໃນໄລຍະຜ່ານມານັ້ນ ຈຶ່ງເຮັດໃຫ້ຕົນເອງກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງ ຂອງຜູ້ປະກອບການຕ່າງໆ, ລວມທັງພາກລັດ ແລະ ສື່ມວນຊົນຫຼາຍຂຶ້ນ. ຂະນະດຽວກັນ ໃນປີຜ່ານມາ, ຊຶ່ງເປັນປີທຳອິດຂອງການຈັດງານດັ່ງກ່າວ ກໍມີນັກຂ່າວວາລະສານທ່ານໜຶ່ງ ໄດ້ຮັບລາງວັນດັ່ງກ່າວໃນສາຂາຜູ້ອະນຸລັກສິລະປະວັດທະນະທຳ, ຊຶ່ງໃນປີ 2017 ມີບຸກຄົນຕົ້ນແບບ ໄດ້ຮັບລາງວັນຮ່ວມກັນ ທັງໝົດ 7 ສາຂາເຊັ່ນ: 1. ສາຂາຜູ້ເຮັດໜ້າທີ່ ເພື່ອຜົນປະໂຫຍດຕໍ່ສັງຄົມ ແລະ ປະເທດຊາດ; 2. ສາຂາຜູ້ເຮັດໜ້າທີ່ເພື່ອຜົນປະໂຫຍດ ຂອງສາສະໜາ; 3. ສາຂາບຸກຄົນຜູ້ມີຈິດອາສາ; 4. ສາຂາຜູ້ອະນຸລັກສິລະປະວັດທະນະ ທຳ; 5. ສາຂາຜູ້ຮັກສາສິ່ງແວດລ້ອມ; 6. ສາຂາຜູ້ນຳດ້ານບໍລິຫານ ແລະ ພັດທະນາອົງ ກອນ; 7. ສາຂາຜູ້ນຳດ້ານວິຊາການ ແລະ ພັດທະນາການສຶກສາ.