ມີຜູ້ເຂົ້າຮ່ວມລະບົບປະກັນສັງຄົມແລ້ວ 80% ຂອງພົນລະເມືອງລາວ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິວຽກງານກົມປະກັນສັງຄົມ ປະຈໍາປີ 2017, ໄດ້ຈັດຂື້ນໃນທ້າຍອາທິດຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານນາງ ແກ້ວ ຈັນທະວີໄຊ ຫົວໜ້າກົມປະກັນສັງຄົມ ໃຫ້ຮູ້ວ່າ: ຮອດປັດຈຸບັນ, ມີຜູ້ເຂົ້າຮ່ວມລະບົບປະກັນສັງຄົມແລ້ວ ປະມານ 80% ຂອງພົນລະເມືອງລາວ, ເນື່ອງ ຈາກພັກ-ລັດຖະບານ ໄດ້ໃຫ້ຄວາມສໍາຄັນທີ່ສຸດຕໍ່ວຽກງານນະໂຍບາຍປະກັນສັງຄົມ ແລະ ໄດ້ມີກົດໝາຍຄຸ້ມຄອງການປະກັນສັງຄົມເພື່ອໃຫ້ພະນັກງານ ແລະ ຜູ້ໃຊ້ແຮງງານ ທົ່ວໄປໄດ້ເຂົ້າຮ່ວມການປະກັນສັງຄົມຢ່າງກວ້າງຂວາງ.
ທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ, ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດທີ່ກົມປະກັນສັງຄົມຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ກໍຄືກົມປະກັນສັງຄົມ ຈົ່ງພ້ອມກັນແກ້ໄຂສິ່ງທ້າທາຍຕ່າງໆ, ເພື່ອແນໃສ່ສ້າງຫລັກການຄໍ້າປະກັນເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງລະບົບປະກັນສັງຄົມ ແລະ ການປະກັນສຸຂະພາບໃນຂອບເຂດທົ່ວປະເທດ, ໂດຍພ້ອມກັນປະສານສົມທົບຮ່ວມມືກັບ ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ ກະຊວງສະທາລະນາສຸກ ແລະ ສູນກາງສະຫະພັນ ແມ່ຍິງ, ພ້ອມທັງໂຄສະນາຜ່ານສື່ຕ່າງໆໃຫ້ຫລາຍຂຶ້ນ ເພື່ອໃຫ້ເຂົ້າເຖິງບັນດາກຸ່ມ ເປົ້າໝາຍນັບແຕ່ຂັ້ນສູນກາງລົງຫາທ້ອງຖິ່ນ ແລະ ຄາດວ່າຈະໃຫ້ກວມເອົາ 80% ຂອງຜູ້ອອກແຮງງານທັງໝົດ, ສ່ວນລະບົບປະກັນສຸຂະພາບໃຫ້ໄດ້ 90% ຂອງພົນລະເມືອງທົ່ວ ປະເທດໃນປີ 2020.