ມອບ-ຮັບ ແລະ ເປີດນຳໃຊ້ອາຄານໂຮງໝໍແຂວງບໍ່ແກ້ວຫລັງໃໝ່
December 14, 2017 - 9:54 AM
ພິທີມອບ-ຮັບ ແລະ ເປີດ ນຳໃຊ້ອາຄານຫລັງໃໝ່ຂອງ ໂຮງໝໍແຂວງບໍ່ແກ້ວໄດ້ມີຂຶ້ນ ໃນວັນທີ 8 ທັນວານີ້, ລະຫວ່າງ ບໍລິສັດ ຮວຍຍີນ ກໍ່ສ້າງຈຳກັດ ແລະ ໂຮງໝໍແຂວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ບໍ່ແກ້ວ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ.
+ ມອບ-ຮັບສິ່ງອຸປະກອນປະກອບໃນສຸສານທີ່ລະນຶກວິລະກຳຈີນຢູ່ລາວ
+ ເມືອງທ່າປາງທອງເປີດນຳໃຊ້ນ້ຳເຂື່ອນຊົນລະປະທານເຊສະລະລອງ ເພື່ອການຜະລິດລະດູແລ້ງ
ອາຄານດັ່ງກ່າວສູງ 4 ຊັ້ນ ຂະໜາດ 17 X 56 ແມັດ ມີ ການກໍ່ສ້າງມູນຄ່າຫລາຍກວ່າ 26 ຕື້ກີບ. ໂດຍແມ່ນບໍລິສັດ ຮວຍຍີນ ກໍ່ສ້າງເຄຫາສະຖານ ເປັນຜູ້ຮັບເໝົາກໍ່ສ້າງມາກໍໄດ້ ເລີ່ມລົງມືແຕ່ວັນທີ 22 ກຸມພາ 2015 ເປັນຕົ້ນມາເພື່ອປ່ຽນ ແທນອາຄານເກົ່າຂອງໂຮງໝໍ ດັ່ງກ່າວ, ແນໃສ່ອຳນວຍ ຄວາມສະດວກໃຫ້ແກ່ປະຊາ ຊົນຜູ້ມາໃຊ້ບໍລິການມີຄຸນນະ ພາບດີຂຶ້ນ.