ແຂວງຈຳປາສັກຈັດກອງປະຊຸມວຽກງານຂົນສົ່ງ ແລະ ກອງຄຸ້ມຄອງພາຫະນະການຂັບຂີ່ທົ່ວແຂວງ
ກອງປະຊຸມວຽກງານຂົນສົ່ງ ແລະ ກອງຄຸ້ມຄອງພາຫະ ນະການຂັບຂີ່ທົ່ວ ແຂວງຈຳປາ ສັກໄດ້ຈັດຂຶ້ນທີ່ເມືອງສຸຂຸມາ ໃນຕອນເຊົ້າວັນທີ 13 ທັນວາ ນີ້, ໂດຍການເປັນປະທານຂອງ ທ່ານ ສຸກກະເສີມ ປາກດີມະນີວົງ ຫົວໜ້າພະແນກ ຍທຂ ແຂວງຈຳປາສັກມີຫົວໜ້າ ແລະ ຄະນະຫ້ອງການ ຍທຂ 10 ຕົວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
+ ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຮົ່ມ
+ ໂຄລາວສົມທົບທຶນສ້ອມແປງທາງເຂົ້າກອງຄຸ້ມຄອງພາຫະນະ
ທ່ານ ສຸກກະເສີມ ປາກດີ ມະນີວົງ ມີຄຳເຫັນວ່າ: ກອງປະຊຸມດັ່ງກ່າວເປັນການຜັນຂະ ຫຍາຍວຽກງານສາມສ້າງໃນ ຂົງເຂດ ຍທຂ ໃຫ້ປາກົດຜົນເປັນຈິງ, ແນໃສ່ຍົກລະດັບ ຄວາມ ສາມາດ ແລະ ຄວາມ ເຂັ້ມແຂງໃຫ້ແກ່ ຍທຂ 10 ຕົວເມືອງໃນການຂຶ້ນທະບຽນພາຫະນະ ແລະ ການ ສອບເສັງເອົາໃບຂັບຂີ່ໃຫ້ມີ ຄວາມສະດວກວ່ອງໄວຖືກຕ້ອງສອດຄ່ອງຕາມ ລະບຽບ ກົດໝາຍ, ແກ້ໄຂບັນຫາຈຸດອ່ອນ, ຂໍ້ຫຍຸ້ງຍາກໃນໄລຍະຜ່ານມາໃຫ້ໝົດໄປ. ສ້າງທຸກເງື່ອນໄຂອຳນວຍຄວາມສະດວກແກ່ປະຊາຊົນ, ທັງເປັນການສ້າງລາຍຮັບເຂົ້າງົບປະ ມານໃນຂົງເຂດນີ້ໄດ້ຕາມລະດັບຄາດໝາຍ.