ຜູ້ນຳໂລກມຸດສະລິມຮຽກຮ້ອງການ ຍອມຮັບເຢລູຊາເລມໃຫ້ປາແລັສຕິນ
ເຈົ້າໜ້າທີ່ລະດັບສູງຈາກ 57 ລັດສະມາຊິກອົງກອນການຮ່ວມມືອິດສະລາມ ຮຽກຮ້ອງປະຊາຄົມໂລກຮ່ວມກັນຍອມຮັບ “ເບື້ອງຕາເວັນອອກຂອງນະຄອນຫລວງເຢລູຊາເລມເປັນເມືອງຫລວງຂອງລັດປາແລັສຕິນ”.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນອິສຕັນບູລ ປະເທດຕວກກີ ໃນວັນທີ 14 ທັນວາວ່າ: ອົງກອນການຮ່ວມມືອິດສະລາມ (OIC) ເຊິ່ງປະກອບມີ 57 ລັດສະມາຊິກ ຈັດກອງປະຊຸມວາລະສຸກເສີນຢູ່ນະຄອນອິສຕັນບູລ ໃນວັນທີ 13 ທັນວາ ເພື່ອຫາລືກ່ຽວກັບສະຖານະການຄວາມຂັດແຍ່ງຄັ້ງຫລ້າສຸດລະຫວ່າງອິດສະລາແອນກັບປາແລັສຕິນ ຈາກກໍລະນີອາເມລິກາປະກາດໃນອາທິດຜ່ານມາ ຮັບຮອງເຢລູຊາເລມໃນຖານະ “ເມືອງຫລວງ” ຂອງອິດສະລາແອນ ໂດຍກອງປະຊຸມມີຖະແຫລງການຮ່ວມກັນໃນຊື່ “ປະລິນຍາອິສຕັນບູລ” ປະກາດໃຫ້ “ເບື້ອງຕາເວັນອອກຂອງນະຄອນຫລວງເຢລູຊາເລມຄືເມືອງຫລວງຂອງລັດປາແລັສຕິນ” ແລະ ຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມກັນຮັບຮອງສະຖານະການຂອງລັດປາແລັສຕິນ ແລະ ນະຄອນຫລວງເຢລູຊາເລມຕາເວັນອອກໃນຖານະເມືອງຫລວງທີ່ຍຸຕິທຳຂອງຊາວປາແລັສຕິນ.
#Erdoğan calls on all countries to recognize #Jerusalem as #Palestine's capitalhttps://t.co/pEdb3PdHIw#OIC #IslamicUnityforQuds #Turkey #RecepTayyipErdoğan pic.twitter.com/0poQRh3q1S
— Yeni Şafak English (@yenisafakEN) December 13, 2017
#BREAKING: Turkey's President Recep Tayyip Erdogan tells the OIC summit on Jerusalem that Israel is an occupying and terror state https://t.co/EDse3lgVWd
— TRT World Now (@TRTWorldNow) December 13, 2017
ຂະນະດຽວກັນ, ຖະແຫລງການຮ່ວມຂອງ OIC ທີ່ສະມາຊິກລວມທັງຕວກກີ, ອາຣັບບີ ຊາອຸດິດ, ອີຣານ, ເອຢິບ, ຊອກດານີ ແລະ ອິນໂດເນເຊຍ ເຊິ່ງເປັນປະເທດມຸດສະລິມຂະໜາດໃຫຍ່ທີ່ສຸດໃນໂລກ ຍັງປະນາມຄຳປະກາດ “ຍົກນະຄອນຫລວງເຢລູຊາເລມ” ໃຫ້ແກ່ອິດສະລາແອນວ່າ “ບໍ່ມີຜົນຜູກພັນທາງກົດໝາຍ” “ຫວັງທຳລາຍຄວາມພະຍາມສ້າງສັນຕິພາບໃນຕາເວັນອອກກາງ” ແລະ “ເປັນການສະໜັບສະໜູນກຸ່ມກໍ່ການຮ້າຍ”.